ສະຫຼຸບ 10 ປີແຫ່ງການປະຕິບັດບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ” ຂະແໜງອຸດສາຫະກຳການຄ້າ

(VOVWORLD) -ຕອນຄ່ຳວັນທີ 21 ພຶດສະພາ, ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ຈັດງານວາງສະແດງຜົນງານ 10 ປີແຫ່ງບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ” ແລະ ສະຫຼຸບ 10 ປີແຫ່ງບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ” ຂະແໜງອຸດສາຫະກຳການຄ້າຫວຽດນາມ.
ສະຫຼຸບ 10 ປີແຫ່ງການປະຕິບັດບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ” ຂະແໜງອຸດສາຫະກຳການຄ້າ - ảnh 1 (ພາບປະກອບ)

ໃນໄລຍະ 10 ປີຜ່ານມາ, ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ຜັນຂະຫຍາຍມາດຕະການຫຼາຍຢ່າງ ເພື່ອຍູ້ແຮງການປະຕິບັດບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ” ຜ່ານການເຄື່ອນໄຫວຫຼາຍຢ່າງຄື: ການສ້າງນະໂຍບາຍໜູນຊ່ວຍໃຫ້ແກ່ການຜະລິດ, ປົກປ້ອງຜູ້ອຸປະໂພກ ບໍລິໂພກ, ບໍ່ຟື້ນກັບຂໍ້ກຳນົດຂອງອົງການການຄ້າໂລກ. ພ້ອມທັງ, ໜູນຊ່ວຍວິສາຫະກິດໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ເປີດກວ້າງຕະຫຼາດຢູ່ພາຍໃນປະເທດ, ປ່ຽນແປງໃໝ່ວຽກງານການຄຸ້ມຄອງ… ກ່າວຄຳເຫັນທີ່ພິທີ, ທ່ານນາງ ເລຫວຽດງາ, ຮອງຫົວໜ້າກົມຕະຫຼາດພາຍໃນປະເທດ, ກະຊວງອຸດສາຫະກຳການຄ້າຫວຽດນາມ, ໃຫ້ຮູ້ວ່າ.

        “ຜ່ານເຫດການນີ້, ພວກຂ້າພະເຈົ້າໄດ້ຮັບເອົາບົດຮຽນ, ບັນດາຮູບແບບດີເດັ່ນທີ່ສຸດຂອງຂະແໜງອຸດສາຫະກຳການຄ້າ ໃນວິວັດທະນາການຜັນຂະຫຍາຍບັ້ນຂົນຂວາຍ, ປະກອບສ່ວນພັດທະນາເສດຖະກິດ ແລະ ສ້າງວຽກເຮັດງານທຳ. ພວກເຮົາຈະຊອກຫາບັນດາມາດຕະການແກ້ໄຂໃໝ່, ມີລັກສະນະບຸກທະລຸກວ່າ ເມື່ອຫວຽດນາມ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ. ແລະ ພວກເຮົາກໍ່ມີບັນດາມາດຕະການໃໝ່ເພື່ອໃຫ້ສິນຄ້າຫວຽດນາມ ດຶງດູດການຊົມໃຊ້ຂອງຊາວຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ