ສະຫຼຸບງານວາງສະແດງແຜນທີ່ແລະວາງສະແດງເອກະສານກ່ຽວກັບຮ່ວາງຊາແລະເຈື່ອງຊາ

ສະຫຼຸບງານວາງສະແດງແຜນທີ່ແລະວາງສະແດງເອກະສານກ່ຽວກັບຮ່ວາງຊາແລະເຈື່ອງຊາ - ảnh 1
(ພາບປະກອບ)

(vovworld) -  ​ໄລຍະ 2013-2015, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ໄດ້​ຈັດ​ຕັ້ງງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ເອກະສານ​ “​ຮ່ວາງ​ຊາ​ແລະ​ເຈື່ອງ​ຊາຂອງ​ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດ​ສາດ ​ແລະ ນິຕິ​ກຳ” 41 ຄັ້ງສຳ​ເລັດ​ຜົນ​. ຜ່ານ​ນັ້ນ, ປະກອບສ່ວນ​ຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມ ​ສຳລັບ​ສອງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ; ສຶກສາ​ມູນ​ເຊື້ອ​ຮັກ​ຊາດ: ນຳ້​ໃຈ​ສາມັກຄີ​ຊົນ​ຊາດ​ໃຫ້​ຊາວ​ຫວຽດນາມ​ ລຸ້ນຕ່າງໆ; ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​​ຂະ​ແໜງການ, ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ພາລະກິດ​ສ້າ​ງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ທີ່​ພິທີ​ສະຫຼຸບ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 30/10, ຢູ່​ຮ່າ​ໂນ້ຍ. ທ່ານ ດ່ວານ​ກົງ​ຮວີນ, ຫົວໜ້າ​ກົມ​ຖະ​ແຫຼ​ງຂ່າວ​ຂັ້ນ​ຮາກ​ຖານ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ວາງສະ​ແດງ, ​ໃຫ້​ຮູ້​ວ່າ:

“ຕາມ​ແຜນການ​ເຊິ່ງນາຍົກລັດຖະມົນຕີ​ໄດ້​​ເຊັນ​ອະນຸມັດ, ພວກ​ເຮົາ​ຈະ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຢູ່​ທຸກ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ຫຼັງ​ຈາກ​ນັ້ນ, ​ເພື່ອ​ຮັບ​ໃຊ້​ວຽກ​ງານ​​ໂຄສະນາ​ກັບຕ່າງປະ​ເທດ, ພວກ​ເຮົາ​ຈະ​ເປີດ​ກວ້າງ​ງານ​ວາງສະ​ແດງ​ຢູ່ 4 ປະ​ເທດ, ນັ້ນ​ແມ່ນ​ສະຫະພັນ​ລັດ​ເຊຍ, ສ ຝລັ່ງ, ສ ​ຊັກ​ໂກ ​ແລະ ອາ​ເມ​ລິ​ກາ. ພວກ​ເຮົາ​ຫວັງ​ວ່າ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່ 4 ​ປະ​ເທດດັ່ງກ່າວ​ຈະ​ມີ​ການພົວພັນ, ມອບ​ເອກະສານ​ທີ່​ກ່ຽວຂ້ອງ​ເພື່ອ​ໃຫ້​ພວກ​ເຮົາ​ສາມາດ​ຈັດ​ງານ​ວາງສະ​ແດງ​ໃນ​ທົ່ວ​ພາກ​ພື້ນ“.

ຂ່າວ/ບົດ​ອື່ນ