ສະຫຼຸບປີຊາວໜຸ່ມ 2011

ສະຫຼຸບປີຊາວໜຸ່ມ 2011 - ảnh 1
(ພາບ:baotintuc.vn)

ພິທີ​ສະຫຼຸບປີ​ຊາວ​ໜຸ່ມ, ​ຍ້ອງຍໍ​ສັນລະ​ເສີນ “​ແບບຢ່າງ​​ໄວໜຸ່ມ​ຂອງນະຄອນຫຼວງ​ທີ່​ດີ​ເດັ່ນ“ ປີ 2011 ​ແລະ ລາຍການສະ​ແດງ​ສິລະ​ປະ ສະບາຍດີ​ປີ​ໃໝ່ 2012 ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 30/12, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຢືນ​ຢັນ​ວ່າ: ວຽກ​ງານ​ຊາວ​ໜຸ່ມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ​ປີ 2011 ​ໄດ້​ສ້າງ​ບັນດາ​ບາດກ້າວຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ, ​ເປັນ​ຂີດ​ໝາຍ​ໃໝ່ ແລະ ຢັ້ງຢືນ​ບົດບາດ​ຂອງ​ໄວ​ໜຸ່ມທີ່​ມີ​ຕໍ່​ສັງຄົມ, ​ໃນ​ນັ້ນ​ຕ້ອງ​​ເຕື້ອງ​ເຖິງ​ການ​ເຄື່ອນ​ໄຫວຂອງ​ຊາວ​ໜຸ່ມ​ເພື່ອ​ຄົນ​ທຸກ​ຍາກ, ​ເພື່ອ​​ເຂດຊາຍ​ແດນໝູ່​ເກາະ, ​ເພື່ອ​ສິ່ງ​ແວດ​ລ້ອມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນສະ​ເໜີ​ວ່າ:

“ຄະນະ​ຊາວ​ໜຸ່ມ​ຕ້ອງ​ຍູ້​ແຮງວຽກ​ງານ​ສາມັກຄີ, ​ເຕົ້າ​ໂຮມ​ຊາວ​ໜຸ່ມ, ຍົກ​ສູງ​ຄຸນ​ນະພາ​ບການຈັດ​ຕັ້ງ​ຂອງຄະນະ​ຊາວ​ໜຸ່ມ, ສຸມ​ໃສ່​ປຸກລະດົ​ມບັນດາ​​ແຫຼ່ງກຳລັງ​ສັງຄົມ, ສົມທົບ​ ກັບ​ບັນດາ​ອົງການ​ຂອງ​ລັດຢ່າງ​ມີ​ປະສິ​ດທິຜົນ ​ເພື່ອ​ປະຕິບັດ​ວຽກ​ງານ​ຊາວ​ໜຸ່ມ, ​ໃນ​ນັ້ນ​ຕ້ອງ​ສຸມ​ໃສ່​ພັດທະນາ​ຂະ​ບວນການ​ຢູ່​ເຂດ​ຊົນນະບົດ, ​ເຂດ​ອຸດສາຫະກ​ຳ, ວິ​ສາ​ຫະກິດ​ນອກ​ລັດ.​.​​.ຕ້ອງ​ເພີ່ມ​ທະວີ​ການ​ສຶກສາ​ແນວ​ຄິດ​ດ້ານ​ການ​ເມືອງ, ມູນ​ເຊື້ອ, ຄວາມ​ຮັກ​ປະ​ເທດ​ຊາດ.​.​​.​...​ໂຄສະນາ​ເຜິ​ຍ​ແຜ່​ຊ່ວຍ​ຊາວ​ໜຸ່ມ​ຮ່ຳຮຽນ​ດ້ວຍ​ຕົນເອງ, ຝຶກ​ຝົນ​ຫຼໍ່​ຫຼອມ​ດ້ວຍ​ຕົນ​ເອງ, ຈັດ​ບັນດາ​ການ​ກະທຳ​ຢ່າງ​ແທດ​ຈິງ​ຜ່ານ​ບັນດາ​ຂະ​ບວນການ​ເຄື່ອນ​ໄຫວ​ປະຕິວັດທີ່ອຸດົມສົມ​ບຸນ, ຫຼາຍ​ຮູບ​ຫຼາຍ​ແບບ, ມີ​ຄວາມ​ດູດ​ດື່ມ​ໃຫ້​ແກ່​ຊາວ​ໜຸ່ມ”


ຂ່າວ/ບົດ​ອື່ນ