ສະຫຼຸບ​ວຽກ​ງານ ​ຫວຽດ​ນາມ​ ເຂົ້າ​ຮ່ວມ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປີ 2020

(VOVWORLD) -ທ່ານເລຮ່ວາຍຈຸງ ໄດ້ຍົກອອກບັນດາມາດຕະການເພື່ອແນໃສ່ສືບຕໍ່ຍົກສູງທີ່ຕັ້ງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ຢູ່ສະພາຄວາມໝັ້ນຄົງ ສປຊ ໃນໄລຍະຈະມາເຖິງ ແລະ ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີການປະສານສົມທົບກັນ, ແບ່ງປັນຂໍ້ມູນໃນວຽກງານຄົ້ນຄ້ວາ
ສະຫຼຸບ​ວຽກ​ງານ ​ຫວຽດ​ນາມ​ ເຂົ້າ​ຮ່ວມ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປີ 2020 - ảnh 1ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: nhandan.com.vn)

ຕອນເຊົ້າວັນທີ 28 ທັນວາ, ຢູ່ນະຄອນ ຮະລອງ, ແຂວງກ໋ວາງນິງ, ໜ່ວຍປະຕິບັດງານລະຫວ່າງຂະແໜງກ່ຽວກັບ ວຽກງານ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມສະຫຼຸບ ວຽກງານ ເຂົ້າຮ່ວມ ສະພາຄວາມໝັ້ນຄົງ ສປຊ ຂອງ ຫວຽດນາມ  ໃນປີ 2020 ແລະ ປຶກສາຫາລືກ່ຽວທິດທາງ, ໜ້າທີ່ ໃນໄລຍະຈະມາເຖິງ.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ໄດ້ປະຕິບັດສຳເລັດບັນດາໜ້າທີ່ໃນຖານະເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ໄດ້ເປັນຢ່າງດີໃນປີທຳອິດ ຂອງອາຍຸການ, ຕອບສະໜອງໄດ້ບັນດາເປົ້າໝາຍ, ຄວາມຮຽກຮ້ອງ ແລະ ທິດທາງທີ່ໄດ້ວາງອອກ, ເປັນເຈົ້າການໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວຂອງສະພາຄວາມໝັ້ນຄົງ ສປຊ. ຜ່ານນັ້ນ, ປະກອບສ່ວນສ້າງສະພາບແວດລ້ອມສາກົນທີ່ມີຄວາມສະດວກ ໃຫ້ແກ່ການພັດທະນາ ແລະ ເຊື່ອມໂຍງຂອງປະເທດຊາດ, ຊຸກຍູ້ການພົວພັນສອງຝ່າຍອັນດີງາມລະຫວ່າງ ຫວຽດນາມ ແລະ ບັນດາປະເທດ.

ທ່ານເລຮ່ວາຍຈຸງ ໄດ້ຍົກອອກບັນດາມາດຕະການເພື່ອແນໃສ່ສືບຕໍ່ຍົກສູງທີ່ຕັ້ງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ຢູ່ສະພາຄວາມໝັ້ນຄົງ ສປຊ ໃນໄລຍະຈະມາເຖິງ ແລະ ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີການປະສານສົມທົບກັນ, ແບ່ງປັນຂໍ້ມູນໃນວຽກງານຄົ້ນຄ້ວາ, ຄາດຄະເນສະພາບການ…ມຸ່ງໄປສູ່ສືບຕໍ່ການປະຕິບັດ ໜ້າທີ່ເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊໃຫ້ສຳເລັດຜົນໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ