ສະຫຼຸບວຽກງານບຳບັດ ປິ່ນປົວໃຫ້ຜູ້ຕິດຢາເສບຕິດ ດ້ວຍຢາ methadone

ສະຫຼຸບວຽກງານບຳບັດ ປິ່ນປົວໃຫ້ຜູ້ຕິດຢາເສບຕິດ ດ້ວຍຢາ methadone - ảnh 1
(ພາບ:http://daibieunhandan.vn)

ກອງ​ປະຊຸມ​ສະຫຼຸບ​ວຽກ​ງານບຳບັດ​ປິ່ນປົວ​​ໃຫ້​ຜູ້​ຕິດ​ຢາ​ເສບ​ຕິດ​ດ້ວຍ​ຢາ methadone ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 24/12, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟູກ ສະ​ເໜີກະຊວງ​ສາທາລະນະ​ສຸກ​ຍູ້​​ໄວ​ການ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ຜະ​ລິດຢາ methadone ຢູ່​ຫວຽດນາມ ​ເພື່ອຮອດ​ປີ 2015 ສາມາດ​ເປີດ​ກ້ວາງ​ການ​ປິ່ນປົວ​ຢູ່ 30 ​ແຂ​ວງ, ນະຄອນ​ໃຫ້​​ແກ່​ຜູ້​ຕິດ​ຢາ​ເສບ​ຕິດ 8 ໝື່ນ​ຄົນ. ທ່ານ​ກ່າວ​ວ່າ

“​ເປັນ​ຫຍັງ​ຕ້ອງ​ຍູ້​​ແຮງ​ການ​ຄົ້ນ​ຄ້ວາ​ຜະລິດ methadone, ​ເພາະວ່າ​ຖ້າ​ຫາກພວກ​ເຮົາ​ສາມາດຜະລິດ methadone ຢູ່​ພາຍ​ໃນ​ປະ​ເທດ​ໄດ້ນັ້ນ, ກໍ່​​ໃນ​ບົດ​ລາຍ​ງານ​ຂອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ, ລາຄາ​ຜະລິດ​ຕະພັນ​ຈະ​ຫຼຸດ​ລົງ 50%. ດັ່ງ​ນັ້ນ, ກະຊວງ​ສາທາລະນະ​ສຸກ​ຕ້ອງ​ສືບ​ຕໍ່​ຄົ້ນ​ຄ້ວາ​ບັນດາ​ຮູ​ບ​ແບບ​ປິ່ນ​ປົວ​ບັນລຸ​ຜົນສຳ​ເລັດ​ຢູ່​ໃນ​ໂລກ, ​ໃນ​ພາກ​ພື້ນ ​ເພື່ອ ນຳ​ໃຊ້​ເຂົ້າ​ຕົວ​ຈິງ​ຢູ່​ຫວຽດນາມ, ຮັບປະກັນ​ຄວາມ​ປອດ​ໄພ​ຢ່າງ​ສູງ​ສຸດ​ໃຫ້​ຜູ້​ໄດ້​ຮັບ​ການ​ປິ່ນປົວ. ພ້ອມ​ກັນນັ້ນ, ລັດຖະບານ​ມອບ​ໝາຍໃຫ້​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ​ ຊີ້ນ​ຳບັນດາ​ຫົວ​ໜ່ວຍ​ຈົ່ງ​ໜູນ​ຊ່ວຍ​ກະຊວງ​ສາທາລະນະ​ສຸກ​ຜັນ​ຂະຫຍາຍ​ໂຄງການ ຜະລິດ ​ແລະ ນຳ​ໃຊ້​ຢາ methadone ຢູ່​ຫວຽດນາມ ​ໄລຍະ 2010 - 2015. ໜູນ​ຊ່ວຍ​ສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ຕິດ​ຢາ​ເສບ​ຕິດ​ພາຍຫຼັງ​ປິ່ນປົວ”

ຂ່າວ/ບົດ​ອື່ນ