ສະຫຼຸບວຽກງານສະມາຄົມວິສາຫະກິດຫວຽດນາມປະຈຳສະຫະພັນລັດເຊຍ

ສະຫຼຸບວຽກງານສະມາຄົມວິສາຫະກິດຫວຽດນາມປະຈຳສະຫະພັນລັດເຊຍ - ảnh 1
​ກອງ​ປະ​ຊຸມ​ສະ​ຫຼຸບວຽກ​ງານ​ຂອງ​ສະ​ມາ​ຄົມ​ໃນ​ໄລ​ຍະ​ຜ່ານ​ມາ
(ພາບ: TTXVN)

(vovworld) - ວັນ​ທີ 12/08, ຢູ່ນ​ະ​ຄອນ Suzdan, ແຂວງ Vladimir, ສະ​ຫະ​ພັນ​ລັດ​ເຊຍ, ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ປະ​ຈຳ​ສະ​ຫະ​ພັນ​ລັດ​ເຊຍ (VBA) ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫຼຸບວຽກ​ງານ​ຂອງ​ສະ​ມາ​ຄົມ​ໃນ​ໄລ​ຍະ​ຜ່ານ​ມາ, ກ​ໍ່​ຄືປຶກ​ສາ​ຫາ​ລື ແລະ ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ເຄື່ອນ​ໄຫວ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ມີ​ທ່ານ​ອຸ​ປະ​ທູດ​ຫວຽດ​ນາມ ປະ​ຈຳ​ສະ​ຫະ​ພັນ​ລັດ​ເຊຍ ລ້າຍ​ຫງ​ອກດ່​ວານ ໃຫ້​ຮູ້​ວ່າ, ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດ​ນາມ ບໍ່​ພ​ຽງ​ແຕ່ໃນ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ການ​ພົວ​ພັນ​ດ້ານ​ການ​ຄ້າ 2 ຝ່າຍອີກ​ດ້ວຍ. ພາຍ​ຫຼັງ​ກອງ​ປະ​ຊຸມ​ສະ​ຫຼຸບ, ສະ​ມ​າ​ຄົມ​ເສກ​ຖະ​ກິດ​ຫວຽດ​ນາມ ປະ​ຈຳ​ສະ​ຫະ​ພັນ​ລັດ​ເຊຍ ໄດ້​ຈັດ​ກອງ​ປະ​ຊຸມ​ໂຕະ​ມົນ “ຄວາມ​ສາ​ມາດ​ບົ່​ມ​ຊ້ອນເສດ​ຖະ​ກິດ​ຂອງ​ແຂວງ Vladimir ແລະ ຄວາມ​ສາ​ມາດ​ຮ່ວມ​ມື​ລົງ​ທຶນ​ພັດ​ທະ​ນາ​ເສດ​ຖະ​ກິດ ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ສະ​ຫະ​ພັນ​ລັດ​ເຊຍ”.

ຂ່າວ/ບົດ​ອື່ນ