ສະຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດຫວຽດນາມ - ແຊກ

ສະຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດຫວຽດນາມ - ແຊກ - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ເປີດ​ສາກ​ການ​ສະ​ເຫຼີມ​ສະຫຼອງ
(ພາບ: Ngọc Mai/Vietnam+)

(vovworld) - ກ່າວ​ຄວາມ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ​ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ​ແຊກ, ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 3/2 ທີ່​ສຳນັກງານສະພາ​ຕ່ຳ ສ.່​ແຊກ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ເຈືອງ​ແມ້ງ​ເຊີນ, ​ເນັ້ນ​ໜັກ​ວ່າ, ການ​ພົວພັນ​ທາງ​ການ​ທູດຫວຽດນາມ - ​ສ.ແຊກ ​ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ 65 ປີຜ່ານມາ. ຫວຽດນາມ ຢາກ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງກັນ ​ແລະ ກັນ​ກັບ​ ສ.ແຊກ ກໍ່​ຄື​ຈະ​ຊຸກຍູ້ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງກວ່າ​ອີກ. ​ເນື່ອງ​ໃນ​ເຫດການ​ນີ້, ປີ 2015 ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປີ​ວັດທະນະທຳ​ຫວຽດນາມ​ ຢູ່ ສ.​ແຊກ. ທ່ານ​ ​ເຈືອງ​ແມ້ງ​​ເຊີນ ຢືນຢັນ​ວ່າ, ປະຈຸ​ບັນ, ມີ​ຊາວ​ຫວຽດນາມ​ປະມານ 60.000 ຄົນ​ພວມ​ດຳ​ລົງ​ຊີວິດ​ເປັນ​ປົກກະຕິ, ​ເຂົາ​ເຈົ້າ​ໄດ້ປະຕິບັດ​ກົດໝາຍ, ​ເຊື່ອມ​ໂຍງ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ສັງຄົມ​ແຊກ. ສ່ວນ​ທ່ານ​ປະທານ​ສະພາ​ຕຳ່​​ແຊກ Jan Hamacek ກໍ່​ຖື​ວ່າ, ​ເລື່ອງ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ​ລະຫວ່າງ​ຊາວ​ແຊກ ​ແລະ ຫວຽດນາມ ​ແມ່ນ​ສຳຄັນ​ທີ່​ສຸດ. ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ວັດທະນະທຳ, ສາສະໜາ​ລະຫວ່າງ​ຫວຽດນາມ ​ແລະ ​ສ.​ແຊກ ບໍ່​ເປັນ​​ເລື່ອງ​ກີດຂວາງຊາວ​ຫວຽດນາມ​ ​​ໃນ​ການເຊື່ອມ​ໂຍງ​ກັບ​ສັງຄົມ​ແຊກ, ຫາກ​​ເຂົາ​ເຈົ້າ​ຍັງ​ຮັກສາ​ສີສັນ​ຊາດ​ຂອງ​ຕົນ​ໄວ້​ໄດ້. ທ່ານ​ຢືນຢັນ​ວ່າ, ສ.​ແຊກ​ ​ເຄົາລົບ​ບັນດາ​ເພື່ອນ​ມິດ​ຫວຽດນາມ, ພ້ອມ​ທັງ​ຂອບ​ໃຈ​ຊາວ​ຫວຽດນາມ​ ​ແລະ ຊາວ​ແຊກທຸກ​ຄົນ ​ທີ່​ໄດ້​ປະກອບສ່ວນ​ສ້າງ​ເປັນ​ຜົນງານ​ອັນ​ລຳ້​ຄ່າ​ນີ້.

​ໃນ​ພິທີ​ຍັງ​ມີ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ​ຄື​ຂັບ​​ເພງ​ພື້ນ​ເມືອງ​ກວານ​ຮໍ້, ຂັບ​ເຈົ່າ​ວັນ, ສະ​ແດງ​ວາດ​ຟ້ອນ​ຂອງ​ຊົນ​ເຜົ່າ​ຜູ້​ໄທ, ​ໄຕ​ງວຽນ. ນອກ​ນັ້ນ​ຍັງ​ຈັດ​ງານ​ວາງສະ​ແດງ​ຮູບ​ພາບ​ດ້ວຍ​ຫົວ​ຂໍ້​ວ່າ: ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ ຫວຽດນາມ - ສ.​ແຊກ; ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ; ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່ ສ.​ແຊກ.

 

ຂ່າວ/ບົດ​ອື່ນ