ສະຫລຸບການແຂ່ງຂັນສີມືແຮງານ ອາຊຽນ ຄັ້ງທີ 9 ປີ 2012

(vovworld) -   ຕອນ​ເຊົ້າ​ວັນ​ທີ 23/3, ຢູ່ ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ “ສະຫລຸບ​ການ​ແຂ່ງຂັນ​ສີມື​ແຮງ​ງານອາ​ຊຽນ ຄັ້ງທີ 9 ປີ 2012”. ການ​ແຂ່ງ​ຂັນ​ດັ່ງກ່າວ​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ ຢາ​ກາ​ຕາ ປະ​ເທດ​ອິນ​​ໂດ​ເນ​​ເຊຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ແຂ່ງຂັນ 246 ຄົນ​ທີ່​ມາ​ຈາກ 9 ປະ​ເທດ​ສະມາຊິກ.  ​ໃນ​ການ​ແຂ່ງຂັນ​ຄັ້ງ​ນີ້ ມີ 22 ປະ​ເພດ​ວິຊາ​ຊ່າງ​ຄື: ຊ່າງ​ຕິດ​ຕັ້ງ​ໄຟຟ້າ​ໃນ​ອາຄານ, ຊ່າງ​ອອກ​ແບບ, ຊ່າງ​​ໄມ້​ເຄື່ອງຫັດຖະກຳ​ສິລະ​ປະກຳ, ຊ່າງສ​້າງຊອບ​ແວດ​ເຕັກ​ໂນ​ໂລ​ຊີ, ອຸດສາຫະກຳ​ໂອ​ໂຕ… ຄະນະ​​ນັກ​ແຂ່ງຂັນ​ຫວຽດນາມ​ ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຄົບ 22 ປະ​ເພດ​ວິຊາ​ຊ່າງ ​ແລະ ຍາດ​ໄດ້ 5 ຫລຽນ​ຄຳ, 6 ຫລຽນ​ເງິນ, 5 ຫລຽນ​ທອງ ​ແລະ 11 ຄົນ​ໄດ້​ຮັບ​ໃບ​ຢັ້ງຢືນ​ນາຍ​ຊ່າງ​ດີ​ເດັ່ນ. ຄະນະ​ນັກ​ແຂ່ງຂັນ​ ຫວຽດນາມ ຢືນ​ອັນ​ດັບ 2 ຖັດຈາກ ອິນ​​ໂດ​ເນ​ເຊຍ.

  ສະຫລຸບການແຂ່ງຂັນສີມືແຮງານ ອາຊຽນ ຄັ້ງທີ 9 ປີ 2012  - ảnh 1
ບັນດານັກແຂ່ງຂັນຍາດໄດ້ຫລຽນຄຳໃນການແຂ່ງຂັນສີມືແຮງງານ ອາຊຽນ 9
ພາບ:internet

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນີງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ຊື່​ງຄະນະ​ນັກ​ແຂ່ງຂັນ​ສີມື​ແຮງ​ງານ ຫວຽດນາມ ​ຍາດ​ມາ​ໄດ້​ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້, ​ເປັນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ເຊື່ອມ​ໂຍງ​ຂອງ​ກຳມະກອນ ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຊີ້​ແຈງ​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ຜົນງານ​ທີ່​ບັນລຸ​ໄດ້ ພ້ອມ​ທັງ​ຖອດ​ຖອນ​ບົດຮຽນ​ເພື່ອ​ສ້າງ ​ແລະ ປະກາດ​ໃຊ້​ບັນດານະ​ໂຍບາຍ​ໃຫ້​ເໝາະ​ສົມ.  ບັນດາ​ກະ​ຂວງ​, ຂະ​ແຫນງ​ການ​ກ່ຽວຂ້ອງ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ ເປັນ​ເຈົ້າ​ການ​ສົມທົບ​ກັບ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ ປະຕິບັດ​ບັນດາ​ມາດ​ຕະການ​ຊຸກຍູ້, ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ, ຕັ້ງຫນ້າ​ເຂົ້າ​ຮ່ວມ​ການຈັດ​ຕັ້ງ ​ແລະ ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ສີມື​​ແຮງ​ງານ​ຢູ່​ພາຍ​ໃນ​ປະ​ເທດ, ພາກ​ພື້ນ ​ແລະ ສາກົນ.”

ຂ່າວ/ບົດ​ອື່ນ