(vovworld) – ວັນທີ 2/4, ຢູ່ສຳນັກງານສະຫະປະຊາຊາດທີ່ນິວຢອກ ແຫ່ງປະເທດອາເມລິກາ, ຂ້າຫຼວງໃຫຍ່ກ່ຽວກັບສິດທິມະນຸດ ຂອງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມປະກອບຄຳເຫັນບັນດາປະເທດສະມາຊິກສະຫະປະຊາຊາດ ແລະ ບັນດາອົງການສາກົນ ເພື່ອແນໃສ່ຊຸກຍູ້ລະບົບສົນທິສັນຍາສາກົນກ່ຽວກັບສິດທິມະນູດ. ທ່ານເອກອັກຄະລັດຖະທູດ Le Hoai Trung, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດເຂົ້າຮ່ວມ ແລະ ເປັນປະທານວາລະປຶກສາຫາລືທຳອິດຂອງກອງປະຊຸມ. ທ່ານເອກອັກຄະລັດຖະທູດ Le Hoai Trung ໃຫ້ຮູ້ວ່າ: ສຳລັບຫວຽດນາມແລ້ວ, ຮັບປະກັນສິດທິມະນູດແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍທີ່ໄດ້ສະແດງອອກຜ່ານດ້ານກົດໝາຍກໍຄືບັນດາກົນໄກປະຕິບັດ. ຫວຽດນາມ ເຂົ້າຮ່ວມໃນສົນທິສັນຍາເກືອບທັງໝົດ ກ່ຽວກັບສິດທິມະນຸດຄື: ສິດພົນລະເຮືອນການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ແມ່ຍິງ, ເດັກນ້ອຍ... ນີ້ແມ່ນພື້ນຖານເພື່ອໃຫ້ຫວຽດນາມ ສ້າງກົດໝາຍ ແລະ ກົນໄກປະຕິບັດດ້ວຍການເຂົ້າຮ່ວມຂອງລັດ, ທົ່ວປວງຊົນ ແລະ ບັນດາອົງການສັງຄົມ. ການເຂົ້າຮ່ວມກອງປະຊຸມຄັ້ງນີ້ຂອງຫວຽດນາມ ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍ ເພື່ອຮັບປະກັນສິດທິມະນູດ ແລະ ຄຳໝັ້ນສັນຍາຂອງຫວຽດນາມ ໃນການປະຕິບັດບັນດາໜ້າທີ່ສາກົນ ແລະ ປະກອບສ່ວນເຂົ້າໃນບັນດາການຮ່ວມມືສາກົນໃນຂົງເຂດສິດທິມະນຸດ.