ສະຫະປະຊາຊາດ ປ່ອນບັດກ່ຽວກັບບັນຫາ ຊີຣີ

ສະຫະປະຊາຊາດ ປ່ອນບັດກ່ຽວກັບບັນຫາ ຊີຣີ - ảnh 1
ກອງປະຊຸມຂອງສະຫະປະຊາຊາດ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳອາ​ເມ​ລິ​ການ​ ໃຫ້​ຂ່າວ​ວ່າ, ວັນ​ທີ 16/2, ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ​ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ກ່ຽວ​ກັບ​ຮ່າງ​ມະຕິ​ໃໝ່​ທີ່ກ່າວ​ປະນາມ​ບັນດາ​ການລະ​ເມີດ​ສິດທິ​ມະນຸດ​ຢູ່ຊີຣີ ​ແລະ ຮຽກຮ້ອງ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ປະ​ເທດ​ນີ້​ໃນ​ທັນທີ. ມະຕິ​ນີ້​ແມ່ນ​ບາດກ້າວ​ໃໝ່​ສຸດ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສາ​ກົນ​ເພື່ອ​ແນ​ໃສ່​ໄກ່​ເກ່ຍ ​ແລະ ຢຸດຕິ​ວິ​ກິດ​ການ​ດ້ານ​ການ​ເມືອງ​ຢູ່​ຊີຣີ. ​ມະຕິ​ນີ້​ກໍ​ຮຽກຮ້ອງ​ທ່ານ​ປະທານາທິບໍດີ ຊີຣີ Al Assad ປະລະ​ສິດ​ອຳນາດ.

ກ່ອນ​ທີ່ຈະ​ດຳ​ເນີນ​ການ​ປ່ອນ​ບັດ, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ຊີຣີ ຢຸດ​ຕິ​ບັນດາ​ການປາບ​ປາມ​ສາມັນ​ຊົນ ​ແລະ ຖື​ວ່າ​ໂທດ​ກຳ​ຕ້ານ​ມະນຸດ​ພວມ​​ເກີດ​ຂຶ້ນ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້.

ບັນດາ​ກຸ່ມ​ສິດທິ​ມະນຸດ​ສາກົນ​ໃຫ້​ຮູ້​ວ່າ, ມີ​ສາມັນ​ຊົນ​ປະມານ 7.000 ຄົນ​ຖືກ​ເສຍ​ຊີວິດ​ຢູ່​ຊີຣີ ນັບ​ຕັ້ງ​ແຕ່ມີ​ບັນດາ​ການ​ລຸກ​ຮື​ຂຶ້ນ ​ເພື່ອ​ແນ​ໃສ່​ຕ້ານ​ຄືນ​ອຳນາດ​ການ​ປົກຄອງ​ຂອງປະທານາທິບໍດີ Al Assad ​​ເມື່ອ​ກາງ​ເດືອນ 3/2011. ນອກຈາກ​ນັ້ນ, ບັນດາ​ນັກ​ເຄື່ອນ​ໄຫວ​ເວົ້າ​ວ່າມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ​ສຸດ​ 40 ຄົນ​​ໃນ​ວັນ​ທີ 16/2.

ຂ່າວ/ບົດ​ອື່ນ