ສະຫະປະຊາຊາດ ອອກຖະແຫຼງການກ່ຽວກັບ ເຫດການທົດລອງນິວເຄຼຍ ຂອງ ສປປ ເກົາຫຼີ

ສະຫະປະຊາຊາດ ອອກຖະແຫຼງການກ່ຽວກັບ ເຫດການທົດລອງນິວເຄຼຍ ຂອງ ສປປ ເກົາຫຼີ - ảnh 1
ລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ ອ່ານ ຖະແຫຼງການຂອງ ສປຊ
(ພາບ: Xinhua)

(vovworld) - ວັນ​ທີ 12/2, ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ລວມມີ 15 ປະ​ເທດ​ສະມາຊິກ​ໄດ້ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ ​ເຫດການ​ທົດ​ລອງ​ນິວເຄຼຍຄັ້ງ​ທີ 3 ຂອງ ສປປ ​ເກົາຫຼີ, ​ໃນ​ນັ້ນ​ເໜ້ນ​ໜັກ​ວ່າ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ປະມານ​ຢ່າງ​ຮຸ້ນ​ແຮງ​ຕໍ່​ເຫດ​ການທົດ​ລອງ​ນິວເຄຼຍ ​ເພາະວ່າ​ການ​ກະທຳ​ນີ້ ບໍ່​ພຽງ​ແຕ່ລະ​ເມີດ​ບັນດາ​ມະຕິ​ລົງ​ໂທດ​ກ່ອນ​ນີ້​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ໄພ​ນາບ​ຂູ່ ຢ່າງ​ເຫັນ​ໄດ້​ຊັດ​ສຳລັບ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ສາກົນ.

ອົງການ​ສົນ​ທິສັນຍາ​ເກືອດ​ຫ້າມ​ການ​ທົດ​ລອງ​ນິວ​ເຄຼຍ ຮອບດ້ານ ​ແລະ ອົງການ​ພະລັງງານ​ປະລະມານູ​ສາກົນ ກໍ່​ໄດ້​ອອກ​ຖະ​ແຫຼ​ງການ​ກ່າວ​ປະນາມ​ເຫດການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ຫຼ້າສຸດ​ຂອງ ສປປ ​ເກ​ົາຫຼີ ​ແລະ ຖື​ວ່າ: ການ​ກະທຳ​ຂອງ ພຽງ​ຢ່າງ​ພວມ​ເປັນ​ໄພ​ນາບ​ຂູ່​ຢ່າງ​ເຫັນ​ໄດ້​ຊັດ​ສຳລັບ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ສາກົນ. ສ່ວນ ສປປ ​ເກົາຫຼີ ຢືນຢັນ​ວ່າ: ປະ​ເທດ​ນີ້ ບໍ່​ມີ​ວັນທີ່​ຈະ​ປະ​ນິປະນອມ ຕໍ່​ບັນດາ​ມະຕິ​ສາກົນ​ທີ່​​ໄຮ້​ເຫດຜົນ​ເພື່ອ​ຕ້ານ​ຄືນ​​ໂຄງການ​ນິວ​ເຄຼຍຂອງ ສປປ ​ເກົາຫຼີ.

 

ຂ່າວ/ບົດ​ອື່ນ