ສະຫະປະຊາຊາດ ຮັບຮອງເອົາມະຕິລົບລ້າງອາວຸດນິວເຄຼຍ

 ສະຫະປະຊາຊາດ ຮັບຮອງເອົາມະຕິລົບລ້າງອາວຸດນິວເຄຼຍ - ảnh 1
ອາວຸດ​ນິວ​ເຄຼຍໄດ້ກາຍເປັນໄພນາບຂູ່ຕໍ່ຊີວິດຂອງມວນມະນຸດ

(vovworld)- ວັນ​ທີ 4/11, ຄະນະ​ກຳມະການ​ທີ 1 ກ່ຽວ​ກັບ​ການ​ຫຼຸດ​ກຳລັງ​ທັບ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ຮັບຮອງ​ເອົາ​ມະຕິ​ໂດຍ​ຍີ​ປຸ່ນນຳ​ໜ້າ ​ໄດ້​ຮຽກຮ້ອງ​ໃຫ້​ລົບ​ລ້າງ​ອາວຸດ​ນິວ​ເຄຼຍ. ການ​ກະທຳ​ດັ່ງກ່າວ​ໄດ້​ເປັນ​ຂີດ​ໝາຍ​ບາດ​ລ້ຽວ​ໃນ​ການ​ໂຕ້​ແຍ້​ງກັນ​ທີ່​ແກ່​ຍາວ​​ເປັນ​ເວລາ 20 ປີ ກ່ຽວ​ກັບ​ການ ຮັບຮອງ​ເອົາ​ມະຕິຄື​ດັ່ງກ່າວ. ດ້ວຍ​ບັດ​ເຫັນ​ດີ 164 ບັດ, ບັດ​ຂາວ 14 ບັດ ​ແລະ ບັດ​ຄັດ​ຕ້ານ 1 ບັດ, ​ມະຕິດັ່ງກ່າວ​ຮຽກຮ້ອງ​ໃຫ້​ກ້າວ​ໄປ​ເຖິງ​ໂລກ​ປອດ​ອາວຸດ​ນິວ​ເຄຼຍ ​ແລະ ຢືນຢັນ​ຄືນ​ກ່ຽວ​ກັບ​ບົດບາດ​ທີ່​ສຳຄັນ​ຂອງ​ສົນ​ທິສັນຍາ​ບໍ່​ແຜ່​ຂະຫຍາຍ ອາວຸດ​ນິວ​ເຄຼຍ. ​ໃນ​ຈຳນວນ​ບັນດາ​ປະ​ເທດ​ມີ ອາວຸດ​ນິວ​ເຄຼຍ​ໃນ​ຄອບ​ຄອງ, ສປປ​ເກົາຫຼີ​ແມ່ນ​ພຽງປະ​ເທດດຽວ ປ່ອນ​ບັດ​ຄັດຄ້ານ​ມະຕິ​ນີ້. 

ຂ່າວ/ບົດ​ອື່ນ