ສະຫະປະຊາຊາດກະຕຸກຊຸກຍູ້ ສປປ ເກົາຫຼີ ປະຕິບັດພັນທະສາກົນ

ສະຫະປະຊາຊາດກະຕຸກຊຸກຍູ້ ສປປ ເກົາຫຼີ ປະຕິບັດພັນທະສາກົນ - ảnh 1
ທ່ານ Farhan Haq, ຮອງ​ໂຄ​ສົກ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ 
(ພາບ:​  Anadolu Agency/TTXVN)

(vovworld) – ​ ​​ວັນ​ທີ 20/3, ສະ​ຫະ​ປະ​ຊາ​ຊາດ ໄດ້​ກະ​ຕຸກ​ຊຸກ​ຍູ​້ ສ​ປ​ປ ເກົາຫຼີ ​ປະ​ຕິ​ບັດ​ພັນ​ທະ​ສາ​ກົນ​ຢ່າງ​ຄົບ​ຖ້ວນ​ໃນ​ສະ​ພາບ​​ທີ່ປະ​ເທດນີ້​ຫາກໍ່​ດຳ​ເນີນ​ການ​ທົດ​ລອງ​ລູກ​ສອນ​ໄຟ​​ລຸ້ນໃໝ່​ດ້ວຍປະ​ສິດ​ທິ​ພາບ​ສູງ​ໃນ​ວັນ​ທີ 19/3. ທີ່​ການ​ປະ​ຊຸມ​ຂ່າວ​ນັດ​ສາ​ມັນ, ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ສຳ​ລັບ​ການ​ທົດ​ລອງ​ດັ່ງ​ກ່າວ, ທ່ານ Farhan Haq, ຮອງ​ໂຄ​ສົກ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້​ເວົ້າ​ວ່າ: ບົນ​ພື້ນ​ຖານ​ແລ້ວ, ສ​ປ​ຊ ຢາ​ກ​ໃຫ້ ສ​ປ​ປ ເກົາຫຼີ ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​​ທີ່​ມີ​ສ່ວນກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແລະ ປະ​ເທດນີ້​ຕ້ອງ​ຄວບ​ຄຸມ​ບັນ​ດາ​ການ​ເຄື່ອນ​ໄຫວ​ເກາະ​ຜິດ ພ້ອມ​ທັງ​ປະ​ຕິ​ບັດ​ພັນ​ທະສາ​ກົນ​ຢ່າງ​ຄົບ​ຖ​້ວນ.


ຂ່າວ/ບົດ​ອື່ນ