ສະຫະປະຊາຊາດກ່າວປະນາມເຫດການວາງລະເບີດຢູ່ຊີຣີ

ສະຫະປະຊາຊາດກ່າວປະນາມເຫດການວາງລະເບີດຢູ່ຊີຣີ - ảnh 1
ເຫດການ​ວາງ​ລະ​ເບີດ​​ແນ​ໃສ່​ຂະ​ບວນລົດ​ຂ​ອງທະຫານຊີຣີ
( ພາບ: AFP )


( vovworld ) –   ​ວັນ​ທີ 9/5, ສະຫະ​ປະຊາ​ຊາດ​ກ່າວ​ປະນາມ​​ເຫດການ​ວາງ​ລະ​ເບີດ​​ແນ​ໃສ່​ຂະ​ບວນລົດ​ຂ​ອງທະຫານຊີຣີ ທີ່​ພວມປ້ອງ​ກັນບັນດາ​ນັກ​ສັງ​ເກດ​ການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ. ​ຄຳ​ຖະ​ແໜງຂອງ​ຫ້ອງ​ວ່າການ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ເວົ້າ​ວ່າ ​ເຫດການ​ວາງ​ລະ​ເບີດ​ຄັ້ງ​ນີ້ ​ແລະ ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຊີຣີ ​ໄດ້​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນຍາ​ຂອງ​ຝ່າຍ​ຕ່າງໆໃນ​ການ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ. ບໍ່​ມີ​ນັກ​ສັງ​ເກ​ດການ​ຜູ້ໃດ​ຖືກ​ບາດ​ເຈ​ັບ​ໃນ​ເຫດການ​ວາງ​ລະ​ເບີດ​ຢູ່​ເທດສະບານ​ເມືອງ Dara’a, ທາງ​ທິດ​ໃຕ້​ຊີຣີ. ປະຈຸ​ບັນ, ບັນດາ​​ເຈົ້າ​ໜ້າ​ທີ​ຂອງ​ສະຫະ​ປະຊາ​ຊາດ​ທີ່​ພວມ​ມີໜ້າ​ຢູ່​ທົ່ວ​ທຸກ​ແຫ່ງ​​ໃນປະ​ເທດ​ຊີຣີ ​ເພື່ອ​ຕິດຕາມ​ກວດກາ​ກ່ຽວ​ກັບ​ການ​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ, ນີ້ແມ່ນພາກສ່ວນ​ໜື່ງ​ໃນ​ແຜນການ​ສັນຕິພາບ​ເຊິ່ງ​ໄດ້​ຮັບ​ການເຈລະຈາຂອງ​ທ່ານ​ທູດ​ພິ​ເສດຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ Kofi Annan.

ຂ່າວ/ບົດ​ອື່ນ