(ພາບປະກອບ / AFP/TTXVN)
(vovworld) - ຜູ້ຕ່າງໜ້າສະຫະປະຊາຊາດຢູ່ ຊູດັງໃຕ້ ກ່າວປະນາມຢ່າງແຮງຕໍ່ເຫດສັງຫານ ພາລະກອນກູ້ຊ່ວຍມະນຸດສະທຳ 3 ຄົນໃນວັນທີ 10/04 ຢູ່ນະຄອນ Wau ຂອງປະເທດນີ້ ແລະ ຮຽກຮ້ອງຈະໃຫ້ດຳເນີນການສືບສວນເຫດການນີ້ຢ່າງຮີບດ່ວນ. ວັນທີ 15/04, ທ່ານ Eugene Owusu ຜູ້ປະສານງານມະນຸດສະທຳຂອງສະຫະປະຊາຊາດຢູ່ ຊູດັງໃຕ້, ຊີ້ແຈ້ງວ່າ ການລອບສັງຫານບັນດາພາລະກອນພວມປະຕິບັດໜ້າທີ່ສະໜອງການຊ່ວຍເຫຼືອສະບຽງອາຫານຢູ່ນະຄອນ Wau ແມ່ນຮ້າຍແຮງທີ່ສຸດ. ຕາມການສະຖິຕິຂອງສະຫະປະຊາຊາດ, ຍອດຈຳນວນພາລະກອນປະຕິບັດວຽກງານກູ້ຊ່ວຍມະນຸດສະທຳຢູ່ ຊູດັງໃຕ້ ຖືກລອບສັງຫານໄດ້ຂຶ້ນເຖິງ 82 ຄົນ.