ສະຫະປະຊາຊາດຈ່າຍເງິນເກືອບ50ລ້ານUSDເພື່ອຮັບມືກັບໂລກລະບາດ Ebola

ສະຫະປະຊາຊາດຈ່າຍເງິນເກືອບ50ລ້ານUSDເພື່ອຮັບມືກັບໂລກລະບາດ Ebola  - ảnh 1
ຜູ້​ຕາງ​ໜ້າ​ຂອງ UNMEER ທີ່​ການ​ປະ​ຊຸມ​ຂ່າວຢ​ູ່ Liberia
(ພາບ: un.org)

(vovworld)​ ​- ວັນ​ທີ 7/10 ຄະນະ​ກຳມະການ​ຮັບຜິດຊອບ​ບັນດາ​ບັນຫາ​ບໍລິຫານ ​ແລະ ງົບປະມານ​ຂອງ​ສະຫະ​ປະຊາ​ຊາດ (ຄະນະ​ກຳມະການ 5  )​ໄດ້​ຮັບຮອງ​ເອົາ​ມະຕິ​ຈັດ​ແບ່ງ​ງົບປະມານ​ເກ​ືອບ 50 ລ້ານ USD ​ໃຫ້​ຄະນະ​ຜູ້​ຕາງ​ໜ້າຮັບ​ມື​ຮີບ​ດ່ວນ ກັບ​ໂລກລະບາດ Ebola ຂອງ​ສະຫະ​ປະຊາ​ຊາດ (UNMEER) ຫາ​ກໍ່​ໄດ້​ຮັບ​ການສ້າງ​ຕັ້ງ ​ແລະ ຫ້ອງການ​ທູດ​ພິ​ເສດ​ ກ່ຽວ​ກັບ Ebola. ທ່ານ​ປະທານ​ກອງ​ປະຊຸມ​ໃຫຍ່​ສະຫະ​ປະຊາ​ຊາດ Sam Kutesa ຖື​ວ່າ: ການ​ສ້າງ​ຕັ້ງ UNMEER ​ແມ່ນ​ບາດກ້າວ​​ທຳ​ອິດ​ໃນ​ຄວາມ​ມານະ​ພະຍາຍາມ​ທົ່ວ​ໂລກ​ເພື່ອ​ກວດກາ​ການ​ແຜ່​ລາມ​ຂອງ​ໂລກລະບາດ Ebola. ທ່ານ Sam Kutesa ຊົມ​ເຊີຍຄະນະ​ກຳມະການ 5 ​ໄດ້​ຮັບຮອງ​ເອົາ​ງົບປະມານ​ໃຫ້ UNMEER ​ແລະ ສົ່ງ​ເສີມຄະນະ​ກຳມະການ 5 ຕ້ອງ​ອີງ​ໃສ່​​ກຳລັງ​ໜູນນີ້ ​ເພື່ອ​ເພີ່ມ​ທະວີຄວາມ​ໝັ້ນ​ໃຈອັນໃຫຍ່​ກ່ວາ ລະ​ຫວ່າງ​ບັນດາ​ສະມາຊິກ.

        ປະຈຸ​ບັນ, ບັນດາ​ຫົວໜ່ວຍ​ຂອງ UNMEER ​ໄດ້​ຜັນ​ຂະຫຍາຍ​ເຖິງ​ສຳນັກງານ​ໃຫຍ່ຂອງ​ຄະນະ​ຜູ້​ຕາງ​ໜ້າຢູ່ Accra, Ghana ​ແລະ ບັນດາ​ຫ້ອງການ​ຢູ່ Guinea, Liberia ​ແລະ Sierra Leone. ນອກ​ຈາກແຫຼ່ງງົບປະມານ​ໃຫ້ UNMEER , ຫ້ອງການ​ປະສານ​ງານ​ບັນດາ​ບັນຫາ​ມະນຸດສະທຳ​ສະຫະ​ປະຊາ​ຊາດ (UN OCHA) ຖື​ວ່າ: ພວກ​ເຂົາ​ເຈົ້າ​ຕ້ອງ​ປຸກລະດົມ​ເງິນ​ເກືອບ 1 ຕື້ USD ​ເພື່ອ​ຮັບ​ມື​ ກັບໂລກລະບາດ Ebola. ມາ​ຮອດ​ຈຸດ​ເວລາ​ນີ້, ຈຳນວນ​ເງິນ​ປຸກລະດົມ​ໄດ້​ແມ່ນ 257 ລ້ານ USD, ຈຳນວນ​ຄົນ​ຕິດ​ໄວ​ລັດ Ebola​ ແມ່ນ 6.500 ຄົນ ​ແລະ ຈຳນວນ​ຄົນ​ທີ່​ຖືກ​ເສຍ​ຊີວິດ​ແມ່ນ​​ເກືອບ 3.300 ຄົນ ນັບ​ແຕ່​ເມື່ອໂລກລະບາດ Ebola ​ລະ​ເບີດ​ຂຶ້ນ​ກັບ​​ແຕ່​ເດືອນ 3 ຜ່ານ​ມາ.

ຂ່າວ/ບົດ​ອື່ນ