ສະຫະປະຊາຊາດຊຸກຍູ້ບັນດາຝ່າຍປະຕິບັດຄຳສັ່ງຢຸດຍິງຢູ່ Yemen

(VOVWORLD) - ທ່ານພັນເອກທີ່ເຊິ່ງເປັນທະຫານບຳນານ Patrick Cammaert ໂດຍໄດ້ຮັບການມອບໝາຍໜ້າທີ່ຮັບຜິດຊອບຈາກ ສປຊ ນຳພາຄະນະກຳມະການເຊິ່ງລວມມີບັນດາສະມາຊິກລັດຖະບານ

 ວັນທີ 23 ທັນວາ, ຫົວໜ້າຄະນະປະຕິບັດງານກ່ຽວກັບການຕິດຕາມກວດກາຄຳສັ່ງຢຸດຍິງຢູ່ Hodeida ໄດ້ໄປຍັງ ນະຄອນຫຼວງ Sanaa ຂອງປະເທດ Yemen, ເຊິ່ງປະຈຸບັນພວມແມ່ນທະຫານກະບົດຄວບຄຸມ. ທ່ານພັນເອກທີ່ເຊິ່ງເປັນທະຫານບຳນານ Patrick Cammaert ໂດຍໄດ້ຮັບການມອບໝາຍໜ້າທີ່ຮັບຜິດຊອບຈາກ ສປຊ ນຳພາຄະນະກຳມະການເຊິ່ງລວມມີບັນດາສະມາຊິກລັດຖະບານ ແລະ ຜູ້ຕາງໜ້າທະຫານກະບົດ Houthi, ມີໜ້າທີ່ຕິດຕາມກວດກາຄຳສັ່ງຢຸດຍິງ ຢູ່ນະຄອນທ່າກ່ຳປັ່ນ Hodeida ແລະ ເຂດອ້ອມຂ້າງ. ຕາມແຜນການແລ້ວ, ເຈົ້າໜ້າທີ່ຜູ້ນີ້ຈະຢຸດຢູ່ Sanaa ກ່ອນທີ່ໄປເຖິງ Hodeida.

        ກ່ອນໜ້ານັ້ນ, ວັນທີ 22 ທັນວາ, ທ່ານ Patrick Cammaert ໄດ້ປຶກສາຫາລືກັບບັນດາເຈົ້າໜ້າທີ່ລັດຖະບານ Yemen ຢູ່ນະຄອນ Aden, ທາງພາກໃຕ້ Yemen, ເຊິ່ງເປັນບ່ອນຕັ້ງສຳນັກງານລັດຖະບານໂດຍໄດ້ຮັບການຮັບຮູ້ຈາກສາກົນ. ນະທີ່ນີ້, ທ່ານໄດ້ຮຽກຮ້ອງໃຫ້ລັດຖະບານ Yemen ແລະ ສະຫະພາບ ອາຣັບ ໂດຍ ອາຣັບບິ ຊາອຸດິ ນຳໜ້າສະໜັບສະໜູນບັນດາຄວາມມານະພະຍາຍາມຮັກສາຄຳສັ່ງຢຸດຍິງຢູ່ Hodeida, ທີ່ໄດ້ມີຜົນສັກສິດແຕ່ອາທິດແລ້ວນີ້. ທ່ານ Patrick Cammaert ກໍ່ຈະສົ່ງສານສະບັບນີ້ເຖິງບັນດາກອງປະຊຸມປຶກສາຫາລືກັບຜູ້ຕາງໜ້າທະຫານກະບົດ Houthi ຢູ່ Sanaa.

ຕອບກັບ

ຂ່າວ/ບົດ​ອື່ນ