ສະ​ຫະ​ປະ​ຊາ​ຊາດ​ຕໍ່​ກຳ​ນົດ​ເວ​ລາ​​ການ​ເຄື່ອນ​ໄຫວ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຢູ່ ລີ​ບັງ

(VOVWORLD) -ຕາມການສະເຫນີຂອງ ອຳນາດການປົກຄອງ ລີບັງ, ສະພາຄວາມໝັ້ນຄົງ ສປຊ ຈະຕໍ່ກຳນົດເວລາໃຫ້ກຳລັງຮັກສາສັນຕິພາບຂອງ ສປຊ ຈົນເຖິງເດືອນ ສິງຫາ ປີ 2023 ເພາະ ມີຄວາມວິຕົກກັງວົນວ່າ ນັບມື້ນັບເພີ່ມການລະເມີດທີ່ກ່ຽວຂ້ອງເຖິງຄຳສັ່ງຢຸດຍິງ ລະຫວ່າງ ກຳລັງ Hezbollah ແລະ ອິດສະຣາແອນ ຊື່ງໄດ້ສ້າງຂຶ້ນແຕ່ປີ 2006.
ສະ​ຫະ​ປະ​ຊາ​ຊາດ​ຕໍ່​ກຳ​ນົດ​ເວ​ລາ​​ການ​ເຄື່ອນ​ໄຫວ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຢູ່ ລີ​ບັງ - ảnh 1ພາບປະກອບ: Reuters

ວັນທີ 31 ສິງຫາ, ສະພາຄວາມໝັ້ນຄົງ ສປຊ  ຕົກລົງຕໍ່ກຳນົດເວລາການເຄື່ອນໄຫວໃຫ້ກຳລັງຮັກສາສັນຕິພາບ ຂອງ ສປຊ ຢູ່ ລີບັງ ຕື່ມອີກຫນຶ່ງປີ ພ້ອມທັງຮຽກຮ້ອງໃຫ້ກຳລັງນີ້ໜູນຊ່ວຍດ້ານພະລາທິການໃຫ້ບັນດາກຳລັງປະກອບອາວຸດຂອງ ລີບັງຕື່ມ ອີກ 6 ເດືອນ.

ຕາມການສະເຫນີຂອງ ອຳນາດການປົກຄອງ ລີບັງ, ສະພາຄວາມໝັ້ນຄົງ ສປຊ ຈະຕໍ່ກຳນົດເວລາໃຫ້ກຳລັງຮັກສາສັນຕິພາບຂອງ ສປຊ ຈົນເຖິງເດືອນ ສິງຫາ ປີ 2023 ເພາະ ມີຄວາມວິຕົກກັງວົນວ່າ ນັບມື້ນັບເພີ່ມການລະເມີດທີ່ກ່ຽວຂ້ອງເຖິງຄຳສັ່ງຢຸດຍິງ ລະຫວ່າງ ກຳລັງ Hezbollah ແລະ ອິດສະຣາແອນ ຊື່ງໄດ້ສ້າງຂຶ້ນແຕ່ປີ 2006. ມະຕິຕໍ່ກຳນົດເວລາໃຫ້ຄະນະຮັກສາສັນຕິພາບ ຂອງ ສປຊ ຢູ່ ລີບັງ ໂດຍໄດ້ຮັບການຕົກລົງເຫັນດີຂອງ 15 ປະເທດສະມາຊິກ ສະພາຄວາມໝັ້ນຄົງ ທັງໝົດ ຍ້ອນມີຄວາມວິຕົກກັງວົນຕໍ່ການລະເມີດຄຳສັ່ງຢຸດຍິງໃນປະຈຸບັນ ຈະພາໄປເຖິງການປະທະກັນຮ້າຍແຮງຄັ້ງໃຫມ່ອາດຈະເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ