ສະຫະປະຊາຊາດຕໍ່ກຳນົດເວລາໃຫ້ໜ້າທີ່ຮັກສາສັນຕິພາບຢູ່ຊາຍແດນຊູດັງແລະຊູດັງໃຕ້

ສະຫະປະຊາຊາດຕໍ່ກຳນົດເວລາໃຫ້ໜ້າທີ່ຮັກສາສັນຕິພາບຢູ່ຊາຍແດນຊູດັງແລະຊູດັງໃຕ້ - ảnh 1
(ພາບປະກອບ)

(vovworld) - ​ວັນ​ທີ 14/7 ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຕົກລົງ ຕໍ່​ກຳນົດ​ເວລາ​ປະຕິບັດ​ໜ້າ​ທີ່​​ໃຫ້​ກຳລັງ​ຮັກສາ​ສັນຕິພາບຊົ່ວ​ຄາວ​ຂອງ​ສະຫະ​ປະຊາ​ຊາດຢູ່ Abyei, ​ເຂດທີ່​ມີ​ຊັບພະຍາກອນຢ່າງ​ຫຼວງຫລາຍ​ທີ່​ພວມ​ເກີດ​ຄວາມ​ຂັດແຍ້​ງກັນລະຫວ່າງ ຊູ​ດັງ ​ແລະ ຊູ​ດັງ​ໃຕ້, ​ໃນ​ຂອບ​ເຂດ​ຄວາມມານະ​ພະຍາຍາມ​ຮັກສາ​ສັນຕິພາບ, ຄວາມ​ປອດ​ໄຟ ​ແລະ ປົກ​ປັກ​ຮັກສາ​ສາມັນ​ຊົນ​ໃນ​ເຂດຂັດ​ແຍ້​ງນີ້. ມະຕິ​ດັ່ງກ່າວ​ໂດຍ​ 15 ສະມາຊິກຂອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຮັບຮອງ​ເອົາ, ​​ເນັ້ນ​ໜັ້ກ​ເຖິງ​ສະພາບ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຢູ່ Abyei ​ແລະ ​ເຂດ​ຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ລະຫວ່າງ ຊູ​ດັງ ​ແລະ ຊູ​ດັງ​ໃຕ້ ​ແມ່ນ “​ໄພ​ຂົ່ມ​ຂູ່​ຢ່າງ​ຮ້າຍ​ແຮງ​ສຳລັບ​ສັນຕິພາບ, ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ ​ແລະ ສາກົນ”. ໜ້າ​ທີ່​ຂອງ​ກຳລັງ​ຮັກສາ​ສັນຕິພາບ​ຊົ່ວຄາວ​ຂອງ​ສະຫະ​ປະຊາ​ຊາດ​ຢູ່ Abyei (UNISFA) ຖືກ​ແກ່ຍາວ​​ເຖິງ​ວັນ​ທີ 15/12 ປີ​ນີ້.


ຂ່າວ/ບົດ​ອື່ນ