ສະຫະປະຊາຊາດບໍ່ຮັບຮອງເອົາຮ່າງມະຕິຂອງປາແລດສະຕີນ
ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ
(ພາບປະກອບຈາກ AFP/TTXVN)
|
(vovworld) – ຮູ່ງເຊົ້າວັນທີ 31/12 (ຕາມເວລາຮ່າໂນ້ຍ), 15 ປະເທດສະພາຄວາມໝັ້ນຄົງ ສປຊ ໄດ້ໂຮມປະຊຸມ, ປ່ອນບັດກ່ຽວກັບຮ່າງມະຕິໂດຍ ຈໍແດນ ຕາງໜ້າອຳນາດການປົກຄອງລັດ ປາແລດສະຕີນ ຍື່ນສະເໜີ, ກ່ຽວຂ້ອງເຖິງເລື່ອງສ້າງຕັ້ງລັດ ປາແລດສະຕີນ ເອກະລາດ. ຄືກັນກັບການຄາດຄະເນຂອງວົງການຜູ້ສັງເກດການແລ້ວ, ຮ່າງມະຕິນີ້ບໍ່ໄດ້ຮັບຮອງເອົາເມື່ອໄດ້ຮັບ 8/15 ບັດສະໜັບສະໜູນ. ອາເມລິກາ ແລະ ອົດສະຕາລີ ປ່ອນບັດຄັດຄ້ານ5 ປະເທດກຳມະການສະພາຄວາມໝັ້ນຄົງ ສປຊ ອື່ນປ່ອນບັດຂາວ, ໃນນັ້ນມີອັງກິດ. ໃນກອງປະຊຸມດຳເນີນໄປພາຍຫຼັງ 1 ວັນທີ່ຈໍແດນ, ຕາງໜ້າໃຫ້ກຸ່ມບັນດາປະເທດ ອາຣັບ ຢູ່ ສະພາຄວາມໝັ້ນຄົງ, ຍື່ນສະເໜີຕໍ່ ສປຊ ໂດຍຕາງໜ້າໃຫ້ ປາແລດສະຕີນ ຮ່າງມະຕິໃໝ່ ເພື່ອແນໃສ່ຢຸດຕິການຢຶດຄອງຂອງ ອິດສະຣາແອນ ຢູ່ບັນດາເຂດດິນແດນ ປາແລດສະຕີນ ແລະ ຮັບຮູ້ບັນດາເສັ້ນຊາຍແດນປີ 1967, ເປີດຊ່ອງທາງໃຫ້ແກ່ເລື່ອງສ້າງຕັ້ງລັດ ປາແລດສະຕີນ ເອກະລາດ.