ສະຫະປະຊາຊາດປະກາດອັດປະຕູຖານທີ່ໝັ້ນ 5 ແຫ່ງຢູ່ ກົງໂກ

(VOVWORLD) - ວັນທີ 19 ກໍລະກົດ ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດປະຈຳສາທາລະນະລັດ ປະຊາທິປະໄຕ ກົງໂກ (MONUSCO) ໃຫ້ຮູ້ວ່າ 

ຈະອັດປະຕູຖານທີ່ໝັ້ນ 5 ແຫ່ງຢູ່ແຂວງ Kivu- ທາງທິດເໜືອພາກຕາເວັນອອກປະເທດນີ້. ໃນແຈ້ງການໜຶ່ງ, ທ່ານ Maman Sidikou ຫົວໜ້າ MONUSCO ຖະແຫຼງວ່າ ໃນຂອບເຂດແຜນການປ່ຽນແປງຮູບການເຄື່ອນໄຫວຂອງອົງການນີ້, MONUSCO ຈະອັດປະຕູຖານທີ່ໝັ້ນ 5 ແຫ່ງນັບແຕ່ວັນທີ 31 ກໍລະກົດ ຈະມາເຖິງ.ວິທີການເຄື່ອນໄຫວໃໝ່ ມຸ່ງໄປເຖິງເລື່ອງບຸລິມະສິດການລາດຕາເວນ, ຕິດຕາມກວດກາທາງອາກາດ, ຜັນຂະຫຍາຍກຳລັງທະຫານຢ່າງວ່ອງໄວໃນກໍລະນີເກີດບັນດາບັນຫາຄວາມສະຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ