ສະຫະປະຊາຊາດວິຕົກກັງວົນຕໍ່ການໃຊ້ຄວາມຮຸນແຮງຢູ່ຝັ່ງຕາເວັນຕົກ

(VOVWORLD) -ການໃຊ້ຄວາມຮຸນແຮງ ພວມກໍ່ຜົນຮ້າຍນຫນັກຫນ່ວງສຳລັບທັງຊາວ ອິດສະຣາແອນ ແລະ ປາແລດສະຕີນ ພ້ອມທັງຮຽກຮ້ອງຕ້ອງຢຸດຕິການໃຊ້ຄວາມຮຸນແຮງຢ່າງທັນທີ.  
ສະຫະປະຊາຊາດວິຕົກກັງວົນຕໍ່ການໃຊ້ຄວາມຮຸນແຮງຢູ່ຝັ່ງຕາເວັນຕົກ - ảnh 1ການປະທະກັນ ລະຫວ່າງພົນທະຫານ ອິດສະຣາແອນ ແລະ ຜູ້ແຫ່ຂະບວນ ແມ່ນຊາວປາແລດສະຕິນ ຢູ່ໃກ້ກັບຊາຍແດນ ກາຢາ - ອິດສະຣາແອນ ເມື່ອວັນທີ 19 ມີຖຸນາ. ພາບ: THX/TTXVN

ທ່ານ Volker Turk ຂ້າຫລວງໃຫຍ່ດ້ານສິດທິມະນຸດຂອງ ສປຊ ມີຄຳເຕືອນຕໍ່ສະພາບການໃຊ້ຄວາມຮຸນແຮງເກີດໃຫມ່ຢູ່ ຝັ່ງຕາເວັນຕົກທີ່ຖືກຢືດຄອງ ອາດຈະເຮັດໃຫ້ການໃຊ້ຄວາມຮຸນແຮງຢູ່ທີ່ນີ້ບໍ່ສາມາດຄວບຄຸມໄດ້.

ວັນທີ 23 ມີຖຸນາ, ໃນຖະແຫລງການສະບັບຫນຶ່ງ ທ່ານ Volker Turk ເນັ້ນຫນັກວ່າ ສະພາບໃຊ້ຄວາມຮຸນແຮງ ພ້ອມກັບການກະທຳຍຸ້ແຍ່ ພຽງແຕ່ເຮັດໃຫ້ຊາວ ອິດສະລາແອນ ແລະປາແລດສະຕີນ ຍິ່ງຂັດແຍ້ງກັນ. ທ່ານຖືວ່າ ການໃຊ້ຄວາມຮຸນແຮງ ພວມກໍ່ຜົນຮ້າຍນຫນັກຫນ່ວງສຳລັບທັງຊາວ ອິດສະຣາແອນ ແລະ ປາແລດສະຕີນ ພ້ອມທັງຮຽກຮ້ອງຕ້ອງຢຸດຕິການໃຊ້ຄວາມຮຸນແຮງຢ່າງທັນທີ.  

ຕອບກັບ

ຂ່າວ/ບົດ​ອື່ນ