ສະຫະປະຊາຊາດສະເຫຼີມສະຫຼອງວັນYogaສາກົນຄັ້ງທີ1

ສະຫະປະຊາຊາດສະເຫຼີມສະຫຼອງວັນYogaສາກົນຄັ້ງທີ1 - ảnh 1
ແອບ Yoga  ຢູ່ສະໜາ​ມຫຼວງ​ຍຸກ​ສະ​ໄໝທີ່ນະຄອນນິວຢອກ, ອາ​ເມ​ລິ​ກາ
(ພາບປະກອບ)

(vovworld) - ​ໂດຍ​ຕອບ​ສະໜອງ​ວັນ Yoga ສາກົນ​ຄັ້ງ​ທີ 1, ວັນ​ທີ 21/6, ມີປະມານ​ 17.000 ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່ສະໜາ​ມຫຼວງ​ຍຸກ​ສະ​ໄໝທີ່ນະຄອນ ນິວຢອກ ຂອງ​ປະ​ເທດ ອາ​ເມ​ລິ​ກາ ພ້ອມ​ກັນ​​ແອບ Yoga ​ລວມ​ໝູ່​. ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ Ban Ki Moon ​ແລະ ພັນ​ລະ​ຍາ​ ພ້ອມກັນ​ນັກ​ການ​ທູດ ​ແລະ ພາລະ​ກອນຫຼາຍຄົນ​ຂອງ​ສະຫະ​ປະຊາ​ຊາດ​ໄດ້​ເຂົ້າ​ຮ່ວມ​ການ​ແອບ Yoga ຄັ້ງ​ນີ້ ດ້ວຍ​ການ​ແນະນຳ​ຂອງ​ອາຈານຊາວ ອິນ​ເດຍ Sri Sri Ravi Shankar. ກ່າວ​ຄຳ​ເຫັນ​ຢູ່​ນີ້, ທ່ານ​ເລຂາທິການ​ໃຫຍ່ Ban Kim Moon ​ໄດ້ຍ້ອງ​ຍໍ​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ການ​ເຝິກ​ແອບ Yoga, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ ຈະ​ມີ​ປະຊາຊົນ​ຈຳນວນ​ຫຼວງ​ຫຼາຍ​ໃນ​ທົ່ວ​ໂລກ​ຕອບ​ສະໜອງ​ຂະບ​ວນການ​ນີ້.

ຂ່າວ/ບົດ​ອື່ນ