ສະຫະປະຊາຊາດຮັບຮອງເອົາມະຕິຮຽກຮ້ອງ ອາເມລິກາ ຍົກເລີກຄຳສັ່ງຂວ້ຳບາດຕ້ານ ກູບາ

(VOVWORLD) - ວັນທີ 01 ພະຈິກ ທີ່ນິວຢອກ ປະເທດ ອາເມລິກາ, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 71
ສະຫະປະຊາຊາດຮັບຮອງເອົາມະຕິຮຽກຮ້ອງ ອາເມລິກາ ຍົກເລີກຄຳສັ່ງຂວ້ຳບາດຕ້ານ ກູບາ - ảnh 1ສະຫະປະຊາຊາດ (ພາບ:  AFP/TTXVN)

ມີການປະຊຸມຄົບຄະນະເພື່ອແນໃສ່ ຮັບຮອງເອົາມະຕິກ່າວປະນາມຄຳສັ່ງຂວ້ຳບາດຂອງ ອາເມລິກາ ສຳລັບ ກູບາ, ດ້ວຍອັດຕາສ່ວນບັດສະໜັບສະໜູນແມ່ນ 191 ບັດ / 193 ບັດ. ອາເມລິກາ ແລະ ອິດສະລາແອັນ ໄດ້ປ່ອນບັດຄ້ານ ແທນທີ່ປ່ອນບັດຂາວຄືປີກາຍ. ນີ້ເປັນຄັ້ງທີ 26 ຢ່າງຕໍ່ເນື່ອງ ທີ່ບັນດາປະເທດສະມາຊິກສະຫະປະຊາຊາດສ່ວນຫລາຍໄດ້ສະແດງການສະໜັບສະໜູນຕໍ່ມະຕິທີ່ມີຊື່ວ່າ: ບົດລາຍງານ “ຄວາມຈຳເປັນ ຕ້ອງຢຸດຕິຄຳສັ່ງຂວ້ຳບາດເສດຖະກິດ, ການຄ້າ ແລະ ການເງິນ ໂດຍອາເມລິກາ ຈັດວາງຕ້ານ ກູບາ”  ຊຶ່ງລັດຖະບານ ກູບາ ຍື່ນສະເໜີປະຈຳປີ.

        ກ່າວຄຳເຫັນຕໍ່ໜ້າສະມັດຊາໃຫຍ່, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ເນັ້ນໜັກວ່າ ການຈັດວາງບັນດາມາດຕະການຂວ້ຳບາດເສດຖະກິດ, ການເງິນ, ການຄ້າຕ້ານ ກູບາ ແມ່ນການກະທຳພຽງລຳພັງຝ່າຍດຽວ, ຂາດຄວາມຍຸຕິທຳ, ບໍ່ເໝາະສົມກັບບັນດາຂໍ້ກຳນົດຂອງກົດໝາຍສາກົນ ແລະ ບັນດາຫຼັກການຂອງກົດບັດສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ