ສະຫະປະຊາຊາດຮັບຮອງເອົາສົນທິສັນຍາທົ່ວໂລກກ່ຽວກັບການຫ້າມອາວຸດນິວເຄຼຍ

(VOVWORLD) -ວັນທີ 7 ກໍລະກົດ, ສົນທິສັນຍາທົ່ວໂລກກ່ຽວກັບການຫ້າມອາວຸດນິວເຄຼຍ ໄດ້ຮັບການຮັບຮອງເອົາທີ່ ສະຫະປະຊາຊາດ
ສະຫະປະຊາຊາດຮັບຮອງເອົາສົນທິສັນຍາທົ່ວໂລກກ່ຽວກັບການຫ້າມອາວຸດນິວເຄຼຍ - ảnh 1 ພາບປະກອບ

ນີ້ເປັນຄັ້ງທຳອິດ ສປຊ ມີສົນທິສັນຍາສາກົນໂດຍກຳນົດຫ້າມການພັດທະນາ, ທົດລອງ, ຜະລິດ, ປະດິດສ້າງ, ມອບໂອນ, ກວດກາຫລື ນາບຂູ່ການນຳໃຊ້ ອາວຸດນິວເຄຼຍ ຢ່າງຮອບດ້ານ. ນອກນັ້ນ ເມື່ອເຂົ້າສົນທິສັນຍາ, ບັນດາປະເທດ ຈະຕ້ອງມີຄຳໝັ້ນສັນຍາບໍ່ໃຫ້ບັນດາປະເທດອື່ນເຂົ້າມາຕັ້ງທັບ, ຕິດຕັ້ງ ຫລື ຜັນຂະຫຍາຍອາວຸດນິວເຄຼຍໃນເຂດດິນແດນ ແລະ ຢູ່ບັນດາບໍລິເວນໃນຂອບເຂດທີ່ຂຶ້ນກັບການຄວບຄຸມຂອງຕົນ. ເຖິງຢ່າງໃດກໍຕາມ, ອາເມລິກາ, ອັງກິດ, ຝລັ່ງ ແລະ ຫລາຍປະເທດມະຫາອຳນາດອື່ນ ບໍ່ເຂົ້າຮ່ວມການເຈລະຈາກ່ຽວກັບສົນທິສັນຍານີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ