ສະຫະປະຊາຊາດຮຽກ ຮ້ອງໃຫ້ຝ່າຍຕ່າງໆຢູ່ ຢູແກຼນຈັດການໂອ້ລົມ ສົນທະນາ


ສະຫະປະຊາຊາດຮຽກ ຮ້ອງໃຫ້ຝ່າຍຕ່າງໆຢູ່ ຢູແກຼນຈັດການໂອ້ລົມ ສົນທະນາ - ảnh 1

 (ພາບປະກອບ: news.go.vn)

 (vovworld)- ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່ານ​ເອກອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ແລະ ອາ​ເມ​ລິ​ກາ ​ເມື່ອຕອນ​ຄ່ຳ​ວັນ​ທີ 2/12, ທ່ານ Nicola Azarov ນາຍົກລັດຖະມົນຕີຢູ​ແກຼນ ​ໄດ້​ກ່າວ​ຫາ​ບັນດາ​ນັກ​ການ​ເມືອງ​ໄດ້​ຢືນ​ຢູ່​ເບື້ອງ​ຫລັງການ​ແຫ່​ຂະ​ບວນປະ​ທ້ວງ ​ເຮັດ​ໃຫ້​ສະພາບ​ການ​ຢູ່​ປະ​ເທ​ດນີ້​ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ທ່ານ​ເນັ້ນໜັກ​ວ່າ: ປຊຊ ມີ​ສິດສະ​ແດງ​ທັດສະນະ​ຂອງ​ຕົນ ​ແຕ່​ສິ່ງ​ສຳຄັນ​ແມ່ນ​ບັນດາ​ການ​ກະທຳນີ້​ຕ້ອງ​ມີ​ລັກສະນະ​ສັນຕິພາບ.

   ກ່ຽວ​ກັບ​ສະພາບ​ການ​ຢູ່​ຢູ​ແກຼນ, ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໃຫ້​ຂໍ້​ສັງ​ເກດ​ວ່າ: ນີ້​ແມ່ນບັນຫາ​ການ​ເມືອງ​ພາຍ​ໃນ, ຄວາມ​ມານະ​ພະຍາຍາມ​ຂອງ​ຝ່າຍ​ຄ້ານ​ເພື່ອ​ແນ​ໃສ່​ໂຄ່ນ​ລົ້ມລັດຖະບານ​ຖືກຕ້ອງ​ຕາມ​ກົດໝາຍ​ຢູ່​ຢູ​ແກຼນ. ການ​ນຳ​ລັດ​ເຊຍ ກໍ່​ຢັ້ງຢືນ​ທັດສະ​ນາ​ທີ່​ວ່າ: ຍາມ​ໃດ, ລັດ​ເຊຍ ເຄົາລົບ​ບໍ່​ວ່າ​ຄຳ​ຕັດສິນ​ໃດ​ຂອງ ປຊຊ ຢູ​ແກຼນ. ວັນ​ທີ 2/12, ​ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ​ ກໍ່​ຮຽກຮ້ອງ​ໃຫ້ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຢູ່​ຢູ​ແກຼນ ຈົ່ງ​ລະງັບ​ໃຈ ພ້ອມ​ທັງ​ຊຸກຍູ້​ຈັດການ “​ໂອ້​ລົມ​ສົນທະນາ​ທີ່​ມີ​ຄວາມ​ໝາຍ“, ຫລີກ​ລ້ຽງ​ສະພາບການ​ໃຊ້​ຄວາມ​ຮຸນ​ແຮງເພີ່ມທະວີ​ຂຶ້ນ​.

 ​ໃນ​ຂະນະ​ນັ້ນ, ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ສັ່ງ​ເກືອດ​ຫ້າມ​ຂອງ​ສານ​ນະຄອນ Kiev, ຝ່າຍ​ຄ້ານ​ຢູ່​ຢຸ​ແກຼນ ຍັງ​ສືບ​ຕໍ່​ຈັດການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ສະໜາ​ມຫຼວງ​ເອກະລາດ ​ແລະ ​ໃຈກາງນະຄອນ Kiev ​ໃນ​ຄ່ຳ​ຄືນ​ວັນ​ທີ 2/12 ​ເພື່ອ​ຮຽກຮ້ອງ​ໃຫ້​ປະທານາທິບໍດີ Yanukovych ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ດຳ​ເນີນ​ການ​ເລືອກ​ຕັ້ງກ່ອນ​ກຳນົດ​ເວລາ ​ແລະ​ ຖື​ວ່າ ນີ້​ແມ່ນ​ວິທີ​ດຽວ​​ເທົ່າ​ນັ້ນເພື່ອ​ປ່ຽນ​ແປງ​ສະພາບ​ການ./.

ຂ່າວ/ບົດ​ອື່ນ