ສະຫະປະຊາຊາດຮຽກຮ້ອງຍູ້ໄວການປະຕິບັດຂໍ້ຕົກລົງສັນຕິພາບລີບີ

ສະຫະປະຊາຊາດຮຽກຮ້ອງຍູ້ໄວການປະຕິບັດຂໍ້ຕົກລົງສັນຕິພາບລີບີ - ảnh 1
(ພາບ​ປະ​ກອບ: THX/TTXVN)

(vovworld) - ​​ວັນ​ທີ 10/04, ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວພາຍ​ຫຼັງ​ການ​ເຈ​ລະ​ຈາ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ມາ​ຣົກ Nasser Bourita, ຢູ່ Rabat, ທູດ​ພິ​ເສດ​ຂອງ​​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ລີ​ບີ ທ່ານ Martin Kobler ໄດ້​ຮຽກ​ຮ້ອງຊຸກ​ຍູ້​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ດ​້ານ​ການ​ເມືອງ ເຊິ່ງ​ບັນ​ດາ​ພັກ​ຝ່າຍ​ໄດ້​ລົງ​ນາມ​ຢູ່ລີ​ບ​ີ ເມື່ອ​ວັນ​ທີ 17/12/2015 ຢ່າງ​ເຂັ້ມ​ງວດ. ທ່ານ Martin Kobler ຖະ​ແຫຼງວ່າ, ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ແມ່ນ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ. ທ່ານ Martin Kobler ໃຫ້​ຮູ້​ວ່າ, ການ​ເຈ​ລະ​ຈາ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ມາ​ຣ​ົກ ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ຢືນ​ຢັນ​ຄືນ​ໃໝ່​ຄວາມ​ຈຳ​ເປັນ​ຕ້ອງ​ສະ​ໜັບ​ສະ​ໜູນ​ວິ​ວັດ​ທະ​ນາ​ການ​ດ້ານ​ການ​ເມືອງ ແລະ ສົມ​ທົບ​ກັບ​ບັນ​ດາ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ລີ​ບີ ແນ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢ​ູ່​ປະ​ເທດ​ພວມ​ຮັບ​ມື​ກັບ​ສະ​ພາບ​ການ​ທະ​ຫານ​ປີນ​ຂັ້ນ​ໄດ ແລະ ​​ບັນ​ດາບັນ​ຫາ​​ຊົມ​ໃຊ້ບັນ​ດາ​ການ​ບໍ​ລິ​ການ​ໂດຍ​ພື້ນ​ຖານ​ເປັນ​ຕ​ົ້ນ​ແມ່ນດ້ານ​ສາ​ທາ​ລະ​ນະ​ສຸກ​.

ຕອບກັບ

ຂ່າວ/ບົດ​ອື່ນ