ສະຫະປະຊາຊາດຮຽກຮ້ອງບໍລິຈາກເພື່ອຊ່ວຍຊາວ ເຢແມນ ນັບລ້ານໆຄົນ

ສະຫະປະຊາຊາດຮຽກຮ້ອງບໍລິຈາກເພື່ອຊ່ວຍຊາວ ເຢແມນ ນັບລ້ານໆຄົນ - ảnh 1
(ພາບປະກອບ)

(vovworld) – ​ ​ ວັນ​ທີ 08/02 ສະຫະ​ປະຊາ​ຊາດ ຮຽກ​ຮ້ອງບໍລິຈາກ​ເງິນ 2,1 ຕື້ USD ​ເພື່ອ​ຊ່ວຍ​ເຫຼືອມະນຸດສະທຳຢ່າງ​ຮີບ​ດ່ວນ​ຢູ່ ​ເຢ​ແມນ ​ໃນ​ປີ 2017 ນັບ​ລ້ານຄົນ, ພ້ອມ​ທັງ​ກ່າວ​ເຕືອນວ່າ ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້ ອາດ​ຈະຕ້ອງ​ປະ​ເຊີນ​ໜ້າກັບ​ໄພອຶດຫິວຢ່າງ​ຮ້າຍ​ແຮງ. ​ໃນ​ຖະ​ແຫຼ​ງການ​ໜຶ່ງ, ຫົວໜ້າ​ຄະນະ​ຊ່ວຍ​ເຫຼືອ​ມະນຸດສະທຳ ສະຫະ​ປະຊາ​ຊາດ ທ່ານ Stephen O’Brien ​ເນັ້ນ​ໜັກ​ວ່າ: ສົງຄາມ​ທີ່​ແກ່ຍາວ​ເປັນ​ເວລາ​ເກືອບ 2 ປີຜ່ານມາ ​ໄດ້​ທຳລາຍ​ປະ​ເທດ ​ເຢ​ແມນ ​ແລະ ​ເຮັດ​ໃຫ້​ປະຊາຊົນ​ນັບ​ລ້ານ​ຄົນ ​ໃນ​ນັ້ນ​ມີ​ເດັກນ້ອຍ ​ແລະ ​ແມ່ຍິງ​​ຫລາຍຄົນ​ຕົກ​ເຂົ້າສູ່​ສະພາບ​ຄວາມຫຍຸ້ງຍາ​ກ. ​ເຂົາ​ເຈົ້າ​ພວມ​ຕ້ອງການ​​ໄດ້​ຮັບ​ການຊ່ວຍ​ເຫຼືອ​ຂອງ​ພວກ​ເຮົາ. ຖ້າ​ຫາກ​ບໍ່​ມີ​ການ​ຊ່ວຍ​ເຫຼືອ​ມະນຸດສະທຳ​ສາກົນ ​ເຂົາ​ເຈົ້າ​ອາດ​ຈະ​ຕົກ​ເຂົ້າສູ່​ສະພາບ​ທຸກ​ຍາກອຶດຫິວ​ໃນ​ປີ 2017. ຂ້າພະ​ເຈົ້າ ຮຽກຮ້ອງ​ບັນດາ​ນັກ​ອຸປະຖຳ​ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ລະດັບ​ການ​ໜູນ​ຊ່ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ