ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ປະ​ຊາ​ຄົມ​ໂລກ ຈົ່ງ​ຊ່ວຍ​ໜູນ Somalia

(VOVWORLD) -ປະເທດ Somalia ມີຈຳນວນ 928 ຄົນຕິດເຊື້ອໂຄວິດ - 19, ໃນນັ້ນ ມີ 44 ກໍລະນີເສຍຊີວິດແລ້ວ.
ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ປະ​ຊາ​ຄົມ​ໂລກ ຈົ່ງ​ຊ່ວຍ​ໜູນ Somalia - ảnh 1 ບ່ອນພັກອາໄສຊົ່ວຄາວຂອງຊາວລີ້ໄພ ຢູ່ ຊານເມືອງ Mogadishu, Somalia (ພາບ:  TTXVN)

        ວັນທີ 9 ພຶດສະພາ, ອົງການຂ້າຫຼວງໃຫຍ່ ສປຊ ກ່ຽວກັບຊາວລີ້ໄພ (UNHCR) ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ຈົ່ງໃຫ້ການຊ່ວຍໜູນຊາວ Somalia ນັບລ້ານຄົນ ທີ່ພວມຕ້ອງປະເຊີນໜ້າກັບໄພນາບຂູ່ທີ່ຮ້າຍແຮງຈາກການປະທະກັນ, ໄພທຳມະຊາດ ຕະຫຼອດຮອດຄວາມສ່ຽງຕິດເຊື້ອພະຍາດໂຄວິດ - 19.

        ຊາວ Somalia ປະມານ 220.000 ຄົນຕ້ອງປະລະເຮືອນຊານໃນປີນີ້ ຍ້ອນໄພແຫ້ງແລ້ງ, ນ້ຳຖ້ວມຢ່າງໜັກ ກໍຄືສະພາບການເພີ່ມທະວີການໃຊ້ຄວາມຮຸນແຮງ. ສິ່ງນີ້ໄດ້ເຮັດໃຫ້ຈຳນວນຊາວ Somalia ທັງໝົດ 2.600.000 ຄົນ ຕ້ອງປະລະເຮືອນຊານ. UNHCR ຖືວ່າ ສະພາບການປະທະກັນ ແລະ ບັນດາໄພພິບັດທີ່ກ່ຽວຂ້ອງເຖິງໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ ພວມເຮັດໃຫ້ພື້ນຖານເສດຖະກິດຂອງ Somalia ອຶດອາດຊັກຊ້າລົງ, ເຊິ່ງເປັນການນາບຂູ່ຕໍ່ຄວາມປອດໄພ ແລະ ສຸຂະພາບຂອງປະຊາຊົນ. ພ້ອມກັນນັ້ນ, ປະເທດ Somalia ມີຈຳນວນ 928 ຄົນຕິດເຊື້ອໂຄວິດ - 19, ໃນນັ້ນ ມີ 44 ກໍລະນີເສຍຊີວິດແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ