ສະຫະປະຊາຊາດຮຽກຮ້ອງເຊື່ອມຕໍ່ການເຈລະຈາກ່ຽວກັບມາດຕະການ 2 ລັດຢູ່ ຕາເວັນອອກກາງ

(VOVWORLD) - ກ່າວຄຳເຫັນຕໍ່ສະພາຄວາມໝັ້ນຄົງ ສປຊ, ທ່ານ Mladenov ຢືນຢັນວ່າ ຕ້ອງ “ສ້າງບັນດາເງື່ອນໄຂເພື່ອເຊື່ອມຕໍ່ການເຈລະຈາເພື່ອແນໃສ່ແກ້ໄຂທຸກໆບັນຫາກົດລະບຽບສຸດທ້າຍອີງໃສ່ບັນດາມະຕິກ່ຽວຂ້ອງຂອງ ສປຊ

ສະຫະປະຊາຊາດຮຽກຮ້ອງເຊື່ອມຕໍ່ການເຈລະຈາກ່ຽວກັບມາດຕະການ 2 ລັດຢູ່ ຕາເວັນອອກກາງ - ảnh 1ທ່ານເລຂາທິການໃຫຍ່ ສປຊ  Antonio Guterres.

(ພາບ: EPA/TTXVN)

ບັນລຸໄດ້ໝາກຜົນ 2 ລັດຜ່ານການເຈລະຈາແມ່ນວິທີໜຶ່ງດຽວເພື່ອສ້າງພື້ນຖານໃຫ້ແກ່ ສັນຕິພາບຍາວນານ, ໂດຍອີງໃສ່ຄວາມຕ້ອງການດ້ວຍຄວາມໝັ້ນຄົງຢູ່ ອິດສະຣາແອນ ແລະ ສິດຂອງປະຊາຊົນ ປາແລດສະຕີນ ໄດ້ມີອະທິປະໄຕ ແລະ ຖານະເປັນລັດໜຶ່ງ. ນີ້ແມ່ນຄຳຢືນຢັນຂອງທ່ານ Nicholay Mladenov, ທູດພິເສດ ສປຊ ປະຈຳ ຕາເວັນອອກກາງ ທີ່ວາລະປະຊຸມຂອງສະພາຄວາມໝັ້ນຄົງ ກ່ຽວກັບວິວັດທະນາການສັນຕິພາບ ຕາເວັນອອກກາງ ໃນວັນທີ 20 ມິຖຸນາ. ກ່າວຄຳເຫັນຕໍ່ສະພາຄວາມໝັ້ນຄົງ ສປຊ, ທ່ານ Mladenov ຢືນຢັນວ່າ ຕ້ອງ “ສ້າງບັນດາເງື່ອນໄຂເພື່ອເຊື່ອມຕໍ່ການເຈລະຈາເພື່ອແນໃສ່ແກ້ໄຂທຸກໆບັນຫາກົດລະບຽບສຸດທ້າຍອີງໃສ່ບັນດາມະຕິກ່ຽວຂ້ອງຂອງ ສປຊ, ບັນດາສັນຍາ ແລະ ກົດໝາຍສາກົນ”. ທີ່ວາລະປະຊຸມ, ທ່ານ Mladenov ໄດ້ລາຍງານຕໍ່ ສປຊ ກ່ຽວກັບວິວັດທະນາການປະຕິບັດມະຕິ 2334 (2016) ຂອງ ສະພາຄວາມໝັ້ນຄົງ ສປຊ, ຕາມນັ້ນແລ້ວ, ຮຽກຮ້ອງໃຫ້ ອິດສະຣາແອນ “ຢຸດຕິທຸກໆການເຄື່ອນໄຫວຕັ້ງຖິ່ນຖານຄົງທີໃນເຂດດິນແດນຢຶດຄອງຂອງ ປາແລດສະຕິນ, ໃນນັ້ນມີ Jerusalem ຕາເວັນອອກ.”

       

ຕອບກັບ

ຂ່າວ/ບົດ​ອື່ນ