ສະຫະປະຊາຊາດຮຽກຮ້ອງໃຫ້ອິດສະຣາແອນແລະປາແລດສະຕີນຈົ່ງລະງັບໃຈ

ສະຫະປະຊາຊາດຮຽກຮ້ອງໃຫ້ອິດສະຣາແອນແລະປາແລດສະຕີນຈົ່ງລະງັບໃຈ - ảnh 1
ທ່ານ Farhan Haq, ຜູ້​ຊ່ວຍວຽກ​ໂຄສົກຂອງ​ເລຂາທິການ​ໃຫຍ່ ສປຊ
(ພາບ: virakesari.lk)

(vovworld) – ຕໍ່ໜ້າ​ສະພາບ​ຄວາມ​ເຄັ່ງຕຶງ​ໃໝ່​ທີ່​ນາບ​ຂູ່​​ເຖິງ​ວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ, ສປຊ ​ແລະ ບັນດາ​ຜູ້​​ໄກ່​ເກ່ຍສາກົນ​ໄດ້​ຮຽກຮ້ອງ​ໃຫ້ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ ຈົ່ງລະງັບ​ໃຈ. ​ໃນ​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 4/4, ທ່ານ Farhan Haq, ຜູ້​ຊ່ວຍວຽກ​ໂຄສົກຂອງ​ເລຂາທິການ​ໃຫຍ່ ສປຊ, ​ໄດ້​ສະ​​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ ຈະ​ຊອກ​ຫາ​ມາດ​ຕະການ​ເພື່ອ​ສ້າງ​ສຳ​ເລັດ​ການ​ເຈລະຈາ​ໃນຮອບ​​ເວລາ 9 ​ເດືອນ​ຄືດັ່ງ​ການ​ຄາດ​ຄະ​ເນ. ສປຊ ຮຽກຮ້ອງ​​ໃຫ້ທັງ 2 ຝ່າຍ​ລະງັບ​ໃຈ, ມີ​ການ​ກະທຳ ​ແລະ ມີ​ຄວາມ​ຮັບຜິດ​ຊອບ ​ແລະ ມຸ່ງ​ໄປ​ເຖິງ​ກາ​ນຊຸກຍູ້​ການ​ເຈລະຈາ​ສັນຕິພາບ.

    ຄຽງ​ຄູ່​ກັນ​ນັ້ນ, ​ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ຄວາມ​ມານ​ະພະຍາຍາມ​ຂອງ ສປຊ ​ແລະ ກຸ່ມ 4 ຝ່າຍ(​ເຊິ່ງລວມມີ: ສປຊ, ສະຫະພາບ​ເອີ​ລົບ, ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ) ສຳລັບ​ບັນຫາ​ຕາ​ເວັນ​ອອກ​ກາງ, ທ່ານ Haq ​ໄດ້​ຍົກ​ອອກ​​ຈຸດໝາຍ​ແມ່ນ​ການເຈລະຈາ​ເພື່ອ​ແນ​ໃສ່​ບັນ​ລຸ​ຂໍ້​ຕົກລົງ​ສັນຕິພາບ​ຮອບດ້ານ​ກ່ຽວ​ກັບ​ທຸກ​ບັນຫາ​ກ່ຽວຂ້ອງ​ເຖິງ​ຂໍ້​ກຳນົດກົດ​ລະບຽບ​ສຸດ​ທ້າຍ​ຂອງ​ແຕ່ລະ​ຝ່າຍ.




ຂ່າວ/ບົດ​ອື່ນ