ສະຫະປະຊາຊາດຮຽກຮ້ອງໃຫ້ໂລກສະກັດກັ້ນການແຜ່ຂະຫຍາຍອາວຸດລ້າງຜານ

ສະຫະປະຊາຊາດຮຽກຮ້ອງໃຫ້ໂລກສະກັດກັ້ນການແຜ່ຂະຫຍາຍອາວຸດລ້າງຜານ - ảnh 1
ທ່ານ​​ເລຂາທິການ​ໃຫຍ່ ສປຊ Ban Ki moon
(ພາບ: AFP/TTXVN)

(​vovworld) – ທ່ານ​​ເລຂາທິການ​ໃຫຍ່ ສປຊ Ban Ki moon ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ມານະພະ​ຍາ​ຍາມ​ສະກັດ​ກັ້ນ​ໄພ​ແຜ່​ຂະຫຍາຍ​ອາວຸດ​ລ້າງຜານ (WMD) ​ແລະ ກ່າວ​ເຕືອນ​ວ່າ: ຄວາມ​ປອດ​ໄພ ​ແລະ ຄວາມ​ສະຫງົບ​ຂອງ​ປະຊາຊົນ​ທຸກ​ຄົນ​ໃນ​ໂລກ​ພວມ​ຖືກ​ນາບ​ຂູ່. ຖະ​ແຫຼ​ງການ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki moon ​ໄດ້​ຍົກ​ອອກ​ມາ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສະພາ​ຄວາມ​ໝັ້ນຄົງ ສປຊ ຮັບຮອງ​ເອົາ​ມະຕິ​​ເລກທີ 1540 (28/4/2004), ຕາມ​ນັ້ນ​ແລ້ວ, ຮຽກຮ້ອງ​ໃຫ້​ລັດຖະບານ​ທຸກໆ​ປະ​ເທດ​ຕ້ອງ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ສະກັດ​ກັ້ນ​ບໍ່​ປະ​ໃຫ້​ບັນດາ​ປັດ​ໄຈ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ກຳລັງ​ກໍ່​ການ​ຮ້າຍ​ມີອາວຸດ​ເຄມີ ​ແລະ ຊີວະ​ພາບປະ​ເພດ​ຕ່າງໆ. ສປຊ ​ເນັ້ນ​ໜັກ​ວ່າ: ​ໃນ 10 ປີຜ່ານມາ, ມະຕິ​ເລກທີ 1540 ກາຍ​ເປັນ​ປັດ​ໄຈ​ສຳຄັນ​ໃນ​ໂຄງ​ປະກອບ​ຄວາມ​ສະຫງົບ​ທົ່ວ​​ໂລກ. ມາ​ຮອດ​ປະຈຸ​ບັນ, ມີ 90% ປະ​ເທດ​ສະມາຊິກ ສປຊ​​ສົ່ງ​ບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ປະຕິບັດ, ຫຼື ການ​ກະກຽມ​ປະຕິບັດ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ການ​ແຜ່​ຂະຫຍາຍ​ຂອງ WMD ຕາມ​ຄຳ​ຮຽກຮ້ອງ​ຂອງ​ມະຕິ, ດ້ວຍ​ກ່ວາ 3.000 ມາດ​ຕະການ​ປະ​ຕິ​ບັດ.

 

 




ຂ່າວ/ບົດ​ອື່ນ