ສະ​ຫະ​ປະ​ຊາ​ຊາດ​ເນັ້ນ​ໜັກ​​ເຖິງບົດ​ບາດ​ການ​ຮ່ວມ​ມື​ລະ​ຫວ່າງ ລັດ​ເຊ​ຍ - ອາ​ເມ​ລິ​ກາ​ ໃນ​ບັນ​ຫາ ຊີ​ຣີ

(VOVWORLD) - ວັນທີ 27 ມິຖຸນາ, ທ່ານ Geir Pedersen ທູດພິເສດຂອງສະຫະປະຊາຊາດຮັບຜິດຊອບບັນຫາ ຊີຣີ ໃຫ້ຮູ້ວ່າ ທ່ານຈະມີການຢ້ຽມຢາມລັດເຊຍໃນລະຫວ່າງວັນທີ 1 – 7 ກໍລະກົດ ເພື່ອປຶກສາຫາລືກ່ຽວກັບການສ້າງສະຖຽນລະພາບສະພາບການທາງດ້ານການເມືອງຢູ່ ຊີຣີ
ສະ​ຫະ​ປະ​ຊາ​ຊາດ​ເນັ້ນ​ໜັກ​​ເຖິງບົດ​ບາດ​ການ​ຮ່ວມ​ມື​ລະ​ຫວ່າງ ລັດ​ເຊ​ຍ - ອາ​ເມ​ລິ​ກາ​ ໃນ​ບັນ​ຫາ ຊີ​ຣີ - ảnh 1ພາບການ ເພພັງຂອງບ້ານເຮືອນ (ພາບ: THX/TTXVN)

        . ກ່າວຄຳເຫັນທີ່ວາລະປຶກສາຫາລືກ່ຽວກັບບັນຫາຊີຣີຢູ່ ສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານ Pedersen ໃຫ້ຮູ້ວ່າ: ທັງ ຕວັກກີ ແລະ ລັດເຊຍ ເຊິ່ງເປັນປະເທດທີ່ທ່ານຈະໄປຢ້ຽມຢາມໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສຳລັບບົດບັນທຶກຊ່ວຍຈຳ ເດືອນກັນຍາ 2018. ພ້ອມທັງເລ່ັງທວງໃຫ້ສອງປະເທດນີ້ສະແດງອອກຢ່າງຈະແຈ້ງຄຳໝັ້ນສັນຍາດັ່ງກ່າວໃນສະພາບການຕົວຈິງ ແລະ ສ້າງສະພາບການການເມືອງໃຫ້ມີສະຖຽນລະພາບທັນທີ.

        ກ່ຽວກັບການຮ່ວມມືລະຫວ່າງ ລັດເຊຍ ແລະ ອາເມລິກາ ໃນບັນຫາ ຊີຣີ, ທ່ານ Pedersen ໃຫ້ຂໍ້ສັງເກດວ່າ ສອງຝ່າຍອາດຈະເຮັດໃຫ້ການເຈລະຈາຢູ່ຂັ້ນສູງສຸດເລິກເຊິ່ງກວ່າ, ໂດຍອີງໃສ່ພື້ນຖານແມ່ນບັນດາໝາກຜົນອັນຕັ້ງໜ້າຂອງບັນດາການເຈລະຈາໃນມໍ່ໆມານີ້, ຍ້ອນວ່າການຮ່ວມມືລະຫວ່າງ ລັດເຊຍ ແລະ ອາເມລິກາ ແມ່ນປັດໄຈສຳຄັນທີ່ສຸດສຳລັບບໍ່ວ່າການປະສານງານສາກົນໃດໆໃນການແກ້ໄຂວິກິດການຢູ່ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ