ສະຫະປະຊາຊາດແລະອີຢູຢ້ຳຄືນທັດສະນະຄັດຄ້ານອິດສະຣາແອັນໂຮມເຂົ້າເຂດຕາເວັນຕົກແມ່ນ້ຳຈໍແດນ

(VOVWORLD) -ທູດພິເສດຂອງສະຫະປະຊາຊາດຮັບຜິດຊອບກ່ຽວກັບຕາເວັນອອກກາງ ໄດ້ກ່າວເຕືອນ ອິດສະຣາແອັນ ວ່າໃຫ້ປະລະແນວຄວາມຄິດໂຮມສ່ວນໜຶ່ງເຂົ້າກັບເຂດຕາເວັນຕົກແມ່ນ້ຳຈໍແດນ

ສະຫະປະຊາຊາດແລະອີຢູຢ້ຳຄືນທັດສະນະຄັດຄ້ານອິດສະຣາແອັນໂຮມເຂົ້າເຂດຕາເວັນຕົກແມ່ນ້ຳຈໍແດນ - ảnh 1 ທ່ານ Nickolay Mladenov, ທູດພິເສດຂອງສະຫະປະຊາຊາດຮັບຜິດຊອບກ່ຽວກັບຕາເວັນອອກກາງ

(ພາບ: AFP/TTXVN)

ວັນທີ 23 ເມສາ, ທ່ານ Nickolay Mladenov, ທູດພິເສດຂອງສະຫະປະຊາຊາດຮັບຜິດຊອບກ່ຽວກັບຕາເວັນອອກກາງ ໄດ້ກ່າວເຕືອນ ອິດສະຣາແອັນ ວ່າໃຫ້ປະລະແນວຄວາມຄິດໂຮມສ່ວນໜຶ່ງເຂົ້າກັບເຂດຕາເວັນຕົກແມ່ນ້ຳຈໍແດນ ຍ້ອນການກະທຳນີ້ຈະແມ່ນບາດຄ້ອນບຸກຕີຢ່າງຮຸນແຮງໃສ່ມາດຕະການແກ້ໄຂ 2 ລັດ ເຊິ່ງປະຊາຄົມສາກົນສະໜັບສະໜູນ.

        ກ່າວຄຳເຫັນທາງອອນລາຍກັບສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານ Mladenov ໄດ້ຊົມເຊີຍບັນດາຄວາມມານະພະຍາຍາມຮ່ວມມື ເພື່ອຕ້ານໂລກລະບາດໂຄວິດ-19 ໂດຍບໍ່ຫົວຊາຕໍ່ການປະທະກັນຢູ່ທີ່ນີ້. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ກ່າວເຕືອນວ່າ ຄວາມເຄັ່ງຕຶງ ແລະ ການປະທະກັນ ທີ່ສືບຕໍ່ເກີດຂຶ້ນໃນເດືອນຜ່ານມານັ້ນໄດ້ເຮັດໃຫ້ຄວາມເສຍຫາຍທາງດ້ານຊີວິດ ເພີ່ມຂຶ້ນ.

ທ່ານ Mladenov ໃຫ້ຂໍ້ສັງເກດວ່າ, ແນວຄວາມຄິດດັ່ງກ່າວຂອງອິດສະຣາແອັນ ແມ່ນໄພນາບຂູ່ທີ່ນັບມື້ນັບໃຫຍ່ຫຼວງ ແລະ ຖ້າຫາກເປັນຄືແນວນັ້ນ ແມ່ນຈະລະເມີດກົດໝາຍສາກົນ, ຈະບໍ່ມີການເຈລະຈາ ແລະ ໄດ້ນາບຂູ່ເຖິງຄວາມມານະພະຍາຍາມທີ່ຊອກຫາສັນຕິພາບໃຫ້ແກ່ພາກພື້ນ.

ໃນວັນດຽວກັນ, ໃນແຈ້ງການສະບັບໜຶ່ງ, ທ່ານລັດຖະມົນຕີການຕ່າງປະເທດອີຢູ Josep Borrell ໃຫ້ຮູ້ວ່າ “ອີຢູ ຢ້ຳຄືນອີກເທື່ອໜຶ່ງວ່າ ບໍ່ວ່າການເຄື່ອນໄຫວ ໂຮມເຂົ້າກັນໃດໆນັ້ນ ກໍ່ ຈະແມ່ນການລະເມີດກົດໝາຍສາກົນຢ່າງຮ້າຍແຮງ. ອີຢູ ຈະສືບຕໍ່ຕິດຕາມສະພາບການຢ່າງແໜ້ນແຟ້ນ ແລະ ຈະມີບັນດາການກະທຳທີ່ເໝາະສົມ”.

ຕອບກັບ

ຂ່າວ/ບົດ​ອື່ນ