ສະຫະປະຊາຊາດໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ຮັບປະກັນຄວາມໝັ້ນຄົງທາງທະເລ

(VOVWORLD) -ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ສະເໜີໃຫ້ສະຫະປະຊາຊາດສືບຕໍ່ເສີມຂະຫຍາຍບົດບາດໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຊຸກຍູ້ການເຄົາລົບກົດໝາຍສາກົນ
ສະຫະປະຊາຊາດໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ຮັບປະກັນຄວາມໝັ້ນຄົງທາງທະເລ - ảnh 1ທີ່ການພົບປະ
(ພາບ: quochoi.vn)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 ຢູ່ສ.ໂອຕາລິດ, 06 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ການພົບປະກັບທ່ານນາງຫົວໜ້າຫ້ອງວ່າການສະຫະປະຊາຊາດ ປະຈຳ ໂອຕາລິດ Ghada Fathi Waly, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ສະເໜີໃຫ້ສະຫະປະຊາຊາດສືບຕໍ່ເສີມຂະຫຍາຍບົດບາດໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຊຸກຍູ້ການເຄົາລົບກົດໝາຍສາກົນ; ໜູນຊ່ວຍບັນດາປະເທດ, ໃນນັ້ນມີຫວຽດນາມ ປະຕິບັດໂຄງການດຳເນີນງານເພື່ອການພັດທະນາແບບຍືນຍົງ, ໂດຍສະເພາະແມ່ນໃນສະພາບການໂລກມີການປ່ຽນແປງຫຼາຍຢ່າງຍ້ອນໂລກລະບາດໂຄວິດ-19.

        ສ່ວນທ່ານນາງ Ghada Fathi Waly ຢືນຢັນຄຳໝັ້ນສັນຍາຂອງສະຫະປະຊາຊາດ ໃນເລື່ອງສືບຕໍ່ເພີ່ມທະວີການຮ່ວມມືກັບຫວຽດນາມ. ທ່ານນາງໄດ້ຕີລາຄາສູງ ແລະ ສະໜັບສະໜູນຂໍ້ສະເໜີຂອງຫວຽດນາມ ທີ່ໄດ້ຍົກອອກມາໃນເວລາປຶກສາຫາລືເປີດຂັ້ນສູງທາງໄກ ກ່ຽວກັບການເພີ່ມທະວີຄວາມໝັ້ນຄົງທາງທະເລເຊິ່ງສະຫະປະຊາຊາດຈັດຂຶ້ນຄັ້ງທຳອິດ; ຢືນຢັນວ່າ ສະຫະປະຊາຊາດ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນການຮັບປະກັນຄວາມໝັ້ນຄົງທາງທະເລ.

        ແລະກໍ່ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດອິນໂດເນເຊຍ Puan Maharani. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ 2 ຝ່າຍຈົ່ງສົມທົບກັນແກ້ໄຂບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານກໍ່ເນັ້ນໜັກເຖິງບົດບາດໃຈກອງຂອງອາຊຽນ ແລະ ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ແລະ ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນໂດຍໄວ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ (UNCLOS) 1982.

ຕອບກັບ

ຂ່າວ/ບົດ​ອື່ນ