ສະຫະປະຊາຊາດໄດ້ສ້າງກອງທຶນທີ່ມີມູນຄ່າ 2 ຕື້ USD ເພື່ອຊ່ວຍເຫຼືອມະນຸດສະທຳຢູ່ Yemen

(VOVWORLD) -ວັນທີ 03 ເມສາ, ສະຫະປະຊາຊາດໃຫ້ຮູ້ວ່າ ໄດ້ສ້າງກອງທຶນທີ່ມີມູນຄ່າກວ່າ 2 ຕື້ USD ເພື່ອແນໃສ່ຊ່ວຍເຫຼືອມະນຸດສະທຳໃຫ້ສາມັນຊົນຢູ່ Yemen.
ສະຫະປະຊາຊາດໄດ້ສ້າງກອງທຶນທີ່ມີມູນຄ່າ 2 ຕື້ USD ເພື່ອຊ່ວຍເຫຼືອມະນຸດສະທຳຢູ່ Yemen - ảnh 1(ພາບປະກອບ: AFP/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຕີລາຄາວ່າ, ກອງປະຊຸມສ້າງກອງທຶນຢູ່ເຊີແນວ, ປະເທດສະວິດ ແມ່ນຜົນສຳເລັດຢ່າງໃຫຍ່ຫຼວງ. ທ່ານຊີ້ແຈ້ງວ່າ, ນອກຈາກຈຳນວນເງິນ 2 ຕື້ USD ແລ້ວ, ຫຼາຍປະເທດກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະແຜ່ບໍລິຈາກຕື່ມອີກໃນຊຸມເດືອນຈະມາເຖິງ. ສະນັ້ນ, ທ່ານສະແດງໃຫ້ເຫັນຄວາມປະເອີບໃຈວ່າ ຈະບັນລຸໄດ້ຄາດໝາຍເບື້ອງຕົ້ນແມ່ນ 2,96 ຕື້ USD. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານເລຂາທິການໃຫຍ່ໄດ້ເນັ້ນໜັກວ່າ, ວິທີໜຶ່ງດຽວເພື່ອບໍ່ຕ້ອງຮັກສາບັນດາກອງປະຊຸມຄືແນວນີ້ໃນຊຸມປີຈະມາເຖິງນັ້ນກໍ່ແມ່ນວ່າ ບັນດາຝ່າຍຄວນເຈລະຈາກ່ຽວກັບຂໍ້ຕົກລົງສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ