ສະຫະພັນ ໄມໂຄຣເອເຊຍ ໜູນຊ່ວຍເງິນຈຳນວນ 100.000 USD ໃຫ້ແກ່ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບນ້ຳຖ້ວມ

(VOVWORLD) -ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດຍິ່ງກວ່າອີກ.
ສະຫະພັນ ໄມໂຄຣເອເຊຍ ໜູນຊ່ວຍເງິນຈຳນວນ 100.000  USD ໃຫ້ແກ່ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບນ້ຳຖ້ວມ - ảnh 1(ສະຫະພັນ ໄມໂຄຣເອເຊຍ ໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບນ້ຳຖ້ວມ)

ວັນທີ 08 ພະຈິກ, ຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ, ຕໍ່ໜ້າສະພາບພາຍຸ, ນ້ຳຖ້ວມທີ່ເກີດຂຶ້ນຢ່າງຮ້າຍແຮງຕໍ່ປະຊາຊົນທາງພາກກາງຫວຽດນາມ, ສະພາແຫ່ງຊາດ ໄມໂຄຣເອເຊຍ ໄດ້ຮັບຮອງເອົາມາດຕາສະຫງວນເງິນຈຳນວນ 100.000 USD ເພື່ອໜູນຊ່ວຍປະຊາຊົນຫວຽດນາມ. ມາດຕາດັ່ງກ່າວໄດ້ສົ່ງເຖິງປະທານາທິບໍດີ ໄມໂຄຣເອເຊຍ ເພື່ອໃຫ້ສັດຕະຍາບັນ.

        ໃນຈົດໝາຍສົ່ງເຖິງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ທ່ານປະທານສະພາແຫ່ງຊາດສະຫະພັນ ໄມໂຄຣເອເຊຍ Wesley Simina ໃຫ້ຮູ້ວ່າ: ສະພາແຫ່ງຊາດ ແລະ ປະຊາຊົນ ໄມໂຄຣເອເຊຍ ປາດຖະໜາວ່າ ຊາວຫວຽດນາມ ທຸກຄົນຈະຜ່ານຜ່າປີທີ່ເຕັມໄປດ້ວຍຄວາມທົດສອບນີ້ໄປໄດ້.

        ໂດຍຕາງໜ້າໃຫ້ສະພາແຫ່ງຊາດຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສົ່ງຈົດໝາຍຂອບໃຈສະພາແຫ່ງຊາດສະຫະພັນ ໄມໂຄຣເອເຊຍ ແລະ ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດຍິ່ງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ