![ສະຫະພັນແມ່ຍິງຫວຽດ ນາມຜັນຂະຫຍາຍການ ປະຕິດບັດລັດຖະທຳມະນູນ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_02_24/hoa%20pn.jpg)
ທ່ານນາງຫງວຽນທິແທງຮວາ, ປະທານສະຫະພັນ
ແມ່ຍິງຫວຽດນາມ ກ່າວຄຳເຫັນໄຂກອງປະຊຸມ
(ພາບ: Phương Hoa - TTXVN)
(vovworld)- ຕອນເຊົ້າວັນທີ 24/2, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ຈັດກອງປະຊຸມຜັນຂະຫຍາຍການປະຕິບັດລັດຖະທຳມະນູນປີ 2013. ກອງປະຊຸມໄດ້ຮັບຟັງທ່ານຮອງສາດສະດາຈານ, ດຣ ເລມິງທົງ, ຮອງປະທານກຳມາທິການກົດໝາຍຂອງສະພາແຫ່ງຊາດ, ຮອງຫົວໜ້າຄະນະຮຽບຮຽງຮ່າງປັບປຸງລັດຖະທຳມະນູນປີ 1992 ແນະນຳບັນດາເນື້ອໃນພື້ນຖານ, ຈຸດໃຫ່ມຂອງລັດຖະທຳມະນູນປະເທດ ສສ ຫວຽດນາມ. ທ່ານນາງຫງວຽນທິແທງຮວາ, ປະທານສະຫະພັນແມ່ຍິງຫວຽດນາມ ເຜີຍແຜ່ບັນດາຂໍ້ກຳນົດຂອງລັດຖະທຳມະນູນກ່ຽວຂ້ອງເຖິງສະຫະພັນແມ່ຍິງຫວຽດນາມ ແລະ ບັນຫາແມ່ຍິງ, ຄວາມສະເໝີພາບລະຫວ່າງຍິງຊາຍ, ຄອບຄົວ ແລະ ເດັກນ້ອຍ.
ບັນດາຜູ້ແທນໄດ້ຮັບການເຜີຍແຜ່ແຜນການຜັນຂະຫຍາຍການປະຕິບັດລັດຖະທຳມະນູນປີ 2013 ຂອງຄະນະປະທານສູນກາງສະຫະພັນແມ່ຍິງຫວຽດນາມ. ຕາມນັ້ນແລ້ວ, ສູນກາງສະຫະພັນແມ່ຍິງສ້າງເອກະສານດຳເນີນຊີວິດ ແລະ ເອກະສານຝຶກອົບຮົມລົງເລິກກ່ຽວກັບບັນດາເນື້ອໃນໃໝ່ໄດ້ຮັບການປັບປຸງ, ເພີ່ມເຕີມໃນລັດຖະທຳມະນູນ./.