ສະຫະພັນແມ່ຍິງຫວຽດນາມແລະລາວປະກອບສ່ວນປັບປຸງສາຍພົວພັນລະຫວ່າງສອງປະເທດ

ສະຫະພັນແມ່ຍິງຫວຽດນາມແລະລາວປະກອບສ່ວນປັບປຸງສາຍພົວພັນລະຫວ່າງສອງປະເທດ - ảnh 1
ທ່ານ​ນາງ​ ຮ່າ​ທິຄຽດ ແລະ ທ່ານ​ນາງ ສີ​ໄສ ລື​ເດດ​ມູນ​ສອນ
(ພາບ​ປະ​ກອບ)

(vovworld) - ວັນ​ທີ 26/3 ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງຫວຽດນາມ ຮ່າ​ທິຄຽດ, ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະຫະພັນ​ແມ່ຍິງ​ລາວ, ​ໂດຍ​ທ່ານ​ນາງ ສີ​ໄສ ລື​ເດດ​ມູນ​ສອນ, ປະທານ​ສະຫະພັນ​ແມ່ຍິງ​ລາວ​ ເປັນ​ຫົວໜ້າ​ຄະນະ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ ຮ່າ​ທິຄຽດ ຫວັງ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຫະພັນ​ແມ່ຍິງ​ສອງ​ປະ​ເທດ ຈະ​ສືບ​ຕໍ່​ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນ​ດາ​ຂໍ້​ຕົກລົງ​ທີ່​ໄດ້​ເຊັນ​ກັນ​ແລ້ວ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ປ່ຽນ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢູ່​ແຕ່ລະ​ປະ​ເທດ. ທ່ານ​ນາງ​ ຮ່າ​ທິຄຽດ ຢືນຢັນ​ວ່າ, ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ, ຮັກສາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ກາ​ນຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ, ພ້ອມ​ທັງ​ສະ​ເໜີ ສະຫະພັນ​ແມ່ຍິງ​ສອງ​ປະ​ເທດ​ສືບ​ຕໍ່​ສາມັກຄີ, ຮ່ວມ​ມື, ​ເພີ່ມ​ທະວີ​ການ​ສຶກສາ​ລຸ້ນໜຸ່ມ ​ເພື່ອ​ຮັກສາ, ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ສ່ວນ​ທ່ານ​ນາງ ສີ​ໄສ ລື​ເດດ​ມູນ​ສອນ ກໍ່​ຢືນຢັນ​ວ່າ​ສະຫະພັນ​ແມ່ຍິງ​ລາວ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ໃນ​ການ​ຜັນ​ຂະຫຍາຍ​ການ​ປະ​ຕິ​ບັດ​ບັນດາ​ຂໍ້​ຕົກລົງ, ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ