ສະເຫຼີມສະຫຼອງ 142 ປີແຫ່ງວັນຄ້າຍວັນເກີດທ່ານ Lenin


ສະເຫຼີມສະຫຼອງ 142 ປີແຫ່ງວັນຄ້າຍວັນເກີດທ່ານ Lenin - ảnh 1

ອະນຸສາວະລີ Vladimir Ilyich Lenin ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ.

(ພາບ:diendankienthuc.net

( vovworld ) –  ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 142 ປີແຫ່ງວັນຄ້າຍວັນເກີດທ່ານ Vladimir Ilyich Lenin (22/4/1870-22/4/2012), ໜັງສືພິມ​ໃຫ່ຍຂອງ ຫວຽດນາມ ສະບັບ​ອອກ​ວັນ​ທີ 22/4 ​ໄດ້​ລົງ​ພິມ​​ໃນ​ໜ້າ​ທຳ​ອິດຮູບ​ພາບ, ຂ່າວ ​ແລະ ບົດ ກ່ຽວ​ກັບ​ການ​ນຳ​ຜູ້​ປີ​ຊາ​ສາມາດຂອງ​ຊົນ​ຊັ້ນສາກົນກຳມາ​ຊີບ. ດ້ວຍ​ຫົ​ວຂໍ້​ທີ່​ວ່າ: “ຊາບ​ຊືມ​ແນວ​ຄິດ​ຂອງ​ທ່ານ Lenin ກ່ຽວ​ກັບການ​ກໍ່ສ້າງ​ພັກ“ ບົດ​ຂຽນ​ລົງ​ພິມ​ໃນໜັງສືພິມ Nhan Dan ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຢັ້ງຢືນ​ບັນດາ​ທັດສະນະ​ຂອງ​ທ່ານ Lenin ກ່ຽວ​ກັບ​ຫຼັກການຈັດຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ພັກ​ການ​ເມືອງ​ປະຕິວັດ ຊື່​ງມາ​ຮອດ​ປະຈຸ​ບັນ ຍັງ​ມີ​ຄຸນຄ່າ​ດ້ານ​ທິດ​ສະ​ດີ, ພຶດຕິ​ກຳ​ຕົວ​ຈິງ​ໃນ​ວຽກງານ​ກໍ່ສ້າງ​ພັກ​ ຂອງ​ບັນດາ​ພັກ​ກຳ​ອຳນາດ ​ໃນ​ນັ້ນມີ​ພັກ​ກອມ​ມູນິດ​ຫວຽດນາມ. ບົດ​ຂຽນ “​ແນວຄິດ​ຂອງ​ທ່ານ Lenin ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ“ ລົງ​ພິມ​​ໃນ​ໜັງສືພິມ​ຮ່າ​ໂນ້ຍ​ໃໝ່​ໄດ້​ຊີ້​ແຈ້ງວ່າ ​ໂດຍ​ໄດ້​ນຳ​ໃຊ້​ທັດສະນະ​ຂອງ​ລັດທິ Marx-Lenin ຢ່າງ​ມີ​ຫົວຄິດ​ປະດິດສ້າງ ກ່ຽວ​ກັບ​ລັດ ​ແລະ ການ​ປະຕິວັດ, ນັບ​ແຕ່​ເມື່ອ​ຍາດ​ໄດ້​ຄວາມ​ເປັນ​ເອກະລາດ​ໃນ​ປີ 1945 ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ​ ປະທານ​ໂຮ່ຈິ​ມິນ, ລັດ​ຫວຽດນາມ ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກໍ່ສ້າງ​ລະບົບ​ກົດໝາຍ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ​ຢ່າງ​ແທ້​ຈິງ ປະກອບສ່ວນ​ສຳຄັນ​​ເຂົ້າ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ຮັບປະກັນ​ກຳລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສືບ​ຕໍ່​ປ່ຽນ​ໃໝ່, ຍຸ້​ແຮງ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

    ​ໃນ​ວັນ​ດຽວ​ກັນ, ການ​ນຳ​ນະຄອນ​ຮ່າ​ໂນ້ຍ ​ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ຈັດຕັ້ງ ຫມູ່ຄະນະ ​ໄດ້​ໄປ​ວາງ​ພວງມາລາຢູ່​ອະນຸສາວະລີ Vladimir Ilyich Lenin ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ