ສະເຫຼີມສະຫຼອງ 144 ປີ ແຫ່ງວັນຄ້າຍວັນເກີດທ່ານ V.I.Lenin (22/4/1870 – 22/4/2014)

ສະເຫຼີມສະຫຼອງ 144 ປີ ແຫ່ງວັນຄ້າຍວັນເກີດທ່ານ V.I.Lenin (22/4/1870 – 22/4/2014) - ảnh 1
ທ່ານ V.I.Lenin
ພາບ: nhandan.com.vn)


(vovworld) - ວັນ​ທີ 22/4, ບັນດາໜັງສື​ພິມ​ສຳຄັນຂອງ ຫວຽດນາມ ລ້ວນ​ແຕ່​ລົງ​ຂ່າວ, ບົດ​, ຮູບ​ພາບ​ຜູ້ນຳ​ທີ່​ດີ​ເດັ່ນ​ຂອງ​ຊົນ​ຊັ້ນກຳມະຊີບ ​ແລະ ປະຊາຊົນ​ຜູ້​ອອກ​ແຮງ​ງານ​​ໃນທົ່ວ​ໂລກ. ຢູ່ໜ້າປົກໜັງສື​ພິມ​ ​ເຍີນ​ເຢີ​ນ(ປະຊາຊົນ - ສຽງຂອງ​ພັກ​ກອມ​ມູນິດ ຫວຽດນາມ) ​ໄດ້​ລົງ​ພິມ​ຮູບ​ຂອງທ່ານ V.I.Lenin ຢ່າ​ງສົມ​ກຽດ ແລະ ຄັດ​ສະ​ເໜີຄຳ​ເວົ້າຂອງ​ທ່ານ​ປະທານ ​ໂຮ່ຈີ໋ມິນ​ ທີ່ວ່າ:” Lenin, ອາຈານ​ຜູ້​ຍິ່ງໃຫຍ່​ຂອງກາ​ນປະຕິວັດກຳມະຊີບ”

    ໜັງສຶພິມ​ກວນ​​ໂດ້ຍ​ເຍີ​ນ​ເຢີ​ນ (ສຽງຂອງກອງທັບ​ປະຊາຊົນ​) ​ໄດ້ລົງພິມ​ບົດ​ຂຽນ: “ ທິດ​ສະ​ດີ​ຂອງ V.I.Lenin ກ່ຽວກັບ​ການ​ປົກ​ປັກ​ຮັກສາ​ປະ​ເທດສັງຄົມ​ນິຍົມ​ຍັງ​ຄົງຮັກສາຄຸນ​ຄ່າ​ເດີມ” ຂອງ​ພົນຈັດຕະວາ ຫງວຽນວຽດທັ໋ງ. ບົດ​ຂຽນຢືນຢັນ​ວ່າ: ຄວາມ​ຈົງ​ຮັກ​ພັກດີ ​ແລະ ການໝູນ​ໃຊ້, ພັດທະນາ​ທິດ​ສະ​ດີ​ຂອງ V.I.Lenin ກ່ຽວກັບ​ການ​ປົກ​ປັກ​ຮັກສາ​​ປະເທດ​ສັງຄົມ​ນິຍົມຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ວາງ​ອອກ​ແນວທາງ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​​ປະ​ເທດສັງຄົມ​ນິຍົມ ຫວຽດນາມ ຢ່າງ​ຖືກ​ຕ້ອງ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ​ໄດ້​ຜັນ​ຂະຫຍາຍ​ການຈັດຕັ້ງປະຕິບັດ​​ນຳ​ມາ​ເຊິ່ງ​ບັນດາ​ຜົນງານ​ອັນໃຫຍ່ຫຼວງ, ຮອບ​ດ້ານ, ຮັບປະກັນ​​ປົກ​ປັກຮັກສາ​​ປະ​ເທດສັງຄົມ​ນິຍົມ ຫວຽດນາມ ຢ່າງໝັ້ນຄົງ.

   ສ່ວນໜັງສື​ພິມ​ເອ​ເລັກ​ໂຕ​ນິກຂອງວິ​ຖະຍຸ​ກະ​ຈ່າຍ​ສຽງ ຫວຽດນາມ (vov.vn) ມີ​ບົດ:” Lenin - ​ໂຄມ​ໄຟ​ທະ​ເລ​ທີ່​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ”. ບົດໜັງສື​ພິມ​ຢືນຢັນ​ວ່າ Lenin ​ໄດ້​ລົງ​ເລີກ ​ແລະ ຍົກ​ທິດ​ສະ​ດີ ມາກ(Marx)  - ອາວຸດ​ທາງ​ຈິດ​ໃຈຂອງ​ຊົນ​ຊັ້ນກຳມະກອນ - ຂຶ້ນສູ່​ລະດັບ​ສູງ​ໃໝ່. Lenin ​ໄດ້​ຮັບ​ຮູ້​ບົດບາດ​ຂອງ​ມະຫາຊົນ​ໂດຍ​ໄວ ​ແລະ ​ເລືອກ​ເຟັ້ນສຸມ​ໃສ່​ມະຫາຊົນ ​ແລະ ກະຕຸກ​ຊຸກຍູ້​ເຂົາ​ເຈົ້າເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງຕົນ​ເພື່ອ​ປ່ຽນ​ແປງ​ສະພາ​ບຕົວ​ຈິງ​​ໃນ​ສັງຄົມ.

ຂ່າວ/ບົດ​ອື່ນ