ສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ

ສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 1/10, ຢູ່​ຮ່າ​ໂນ້ຍ, ສູນ​ວັດທະນະທຳ​ສ.​ເກົາຫຼີ ສັງກັດ​ສະຖານທູດ​ສ.​ເກົາຫຼີ ​ໄດ້​ປະກາດ​ບັນດາ​ເຫດການ​ທີ່​ຈະ​​ຈັດ​ຕັ້ງ​ໃນ​ຊຸມ​ເດື່ອ​ນທ້າຍ​ປີ 2012 ນີ້, ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສ.​ເກົາຫຼີ (12/1992 – 12/2012). ຫົວໜ້າ​ສູນ​ວັດທະນາ​ທຳ​ສ.​ເກົາຫຼີ, ທ່ານ Park Nark Jong ​ໃຫ້​ຮູ້​ວ່າ ​ໃນ​ປີ 2012 ນີ້, ສູນ​ວັດທະນະທຳ​ສ.​ເກົາຫຼີ, ສະຖານທູດ​ສ.​ເກົາຫຼີ ​ແລະ ບັນດາ​ອົງການ​ລັດຖະບານ, ບັນດາອົງການ​ຈັດ​ຕັ້ງ​ທ້ອງ​ຖິ່ນ​ພ​້ອມກັບ​ປະຊາຊົນ​ສອງ​ປະ​ເທດ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນວັດທະນະທຳ​ສິລະ​ປະທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ ​ເພື່ອ​ສ້າງ​ບັນຍາກາດ​ທີ່​ຟົດ​ຟື້ນ ​ແລະ ມີ​ຄວາມ​ໝາຍ​ໃນ​ປີ​ມິດຕະພາບ​ຫວຽດນາມ - ສ.​ເກົາຫຼີ 2012. ຈຸດ​ສຸມ​ຂອງ​ການ​ເຄື່ອນ​ໄຫວ​ແມ່ນຖືກ​ຈັດ​ຂຶ້ນ​ໃນ​ເດືອນ 10 ດ້ວຍ​ຫຼາຍເຫດການ​ມຸ່ງ​ໄປ​ເຖິງ​ປະຊາຊົາທຸກ​ຊັ້ນ​ວັນ​ນະ. ​ເປີດ​ສາກ​ແມ່ນ​ການສະ​ແດງ​ດົນຕີກຼາດ​ຊິກ​ຢູ່​ຮ່າ​ໂນ້ຍ ຂອງ​ນັກ​ສິລະ​ປີນ Sumi Jo. ງານ​ມະ​ໂຫລານ​ຟິມຮູບ​ເງົາ​ສ.​ເກົາຫຼີ ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 18 – 24/10 ຢູ່​ນະຄອນ​ໂຮ່ຈິ​ມິນ ​ແລະ ​ແຕ່​ວັນ​ທີ 6 – 8/12 ຢູ່​ຮ່າ​ໂນ້ຍ. ອັດ​ປີ​ມິດຕະພາບ​ສ.​ເກົາຫຼີ - ຫວຽດນາມ ​ຈະ​ຈັດການສະ​ແດງ​ວັດທະນະທຳ​ພິ​ເສດ​ຢູ່​ຮ່າ​ໂນ້ຍ ​ເພື່ອ​ສະ​ເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ