ສະເຫຼີມສະຫຼອງ 20 ປີແຫ່ງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດານັກອຸປະຖຳ

ສະເຫຼີມສະຫຼອງ 20 ປີແຫ່ງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດານັກອຸປະຖຳ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ
(ພາບ: vov.vn)

(​vovworld) – ພິທີ​ສະ​ເຫຼີ​ມສະຫຼອງ​ 20 ປີ​ແຫ່ງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ນັກ​ອຸປະຖຳໄດ້​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 17/10, ​ໂດຍມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ພ້ອມ​ກັບ​ຜູ້​ແທນ​ກ່ວາ 300 ຄົນ ທີ່​ຕາງໜ້າ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຜູ້ຕາງ​ໜ້າ​ບັນດາ​ອົງການ ​ແລະ ອົງການ​ຈັດ​ຕັ້ງ​ອຸປະຖຳ​ພັດທະນາ. ກ່າ​ວຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຕີ​ລາຄາ​ສູງ​ເລື່ອງ​ລັດຖະບານ​ບັນດາ​ປະ​ເທດ​ອຸປະຖຳ, ບັນດາ​ອົງການການ​ເງິນ​ໂລກ, ບັນດາ​ອົງການ​ສາກົນ ​ແລະ ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ໄດ້​ສະ​ຫງວນ​ໃຫ້​ ຫວຽດນາມ ການ​ສະໜັບສະໜູນ​ຢ່າງ​ແຮງ ​ແລະ ໜູນ​ຊ່ວຍ ODA ອັນ​​ໃຫຍ່​ຫຼວງ​ໃຫ້​ແກ່ ຫວຽດນາມ. ການ​ໜູນ​ຊ່ວຍ​ນີ້​ປະກອບສ່ວນ​ຊ່ວຍ​ໃຫ້ ຫວຽດນາມ ຈາກ​ປະ​ເທດ​ທີ່​ທຸກ​ຍາກ, ດ້ອຍ​ພັດທະນາ, ມານະ​ພະຍາຍາມ​ບື່ນຕົວ​ຂຶ້ນ​ກາຍ​ເປັນ​ປະ​ເທດ​ພວມພັດທະນາ​ມີ​ລາຍ​ຮັບ​ປານ​ກາງ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ​ວ່າ: ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ເຄົາລົບ ​ແລະ ນຳ​ໃຊ້​ແຫຼ່ງທຶນ ODA ຂອງ​ປະຊາ​ຄົມ​ໂລກ​ຢ່າງ​ມີ​ປະສິດທິ​ຜົນ. ຫວຽດນາມ ຈະ​ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ນັກ​ອຸປະຖຳ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ເພື່ອນ​ມິ​ດສາກົນຢ່າງ​ແຮງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ອີກ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ ຫວຽດນາມ ປັບປຸງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ສືບ​ຕໍ່​ນຳ ຫວຽດນາມ ພັດທະນາ​ແບບ​ຍືນ​ຍົງ ​ແລະ ວັດທະນາ​ຖາ​ວອນ.

ຂ່າວ/ບົດ​ອື່ນ