ສະເຫຼີມສະຫຼອງ 20 ປີແຫ່ງການສ້າງຕັ້ງນະຄອນ Dien Bien Phu

ສະເຫຼີມສະຫຼອງ 20 ປີແຫ່ງການສ້າງຕັ້ງນະຄອນ Dien Bien Phu - ảnh 1

(ພາບ:baodienbienphu.info.vn)

( vovworld ) – ວັນ​ທີ 18/4, ນະຄອນ Dien Bien Phu ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການ​ສ້າງຕັ້ງ ​ແລະ ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2. ນະ​ພິທີ, ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ​ພ້ອມ​ກັນ​ປະຕິບັດ​ຈຸດໝາຍ​ພັດທະນາ​ນະຄອນ​ຮອດ​ປີ 2015 ​ໃຫ້​ໄດ້. ທ່ານ Nguyen Duc Duyen ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ Dien Bien Phu ​ເນັ້ນໜັກ​ວ່າ: “ພວກ​ຂ້າພະ​ເຈົ້າ​ໄດ້​ກຳນົດ​ບັນດາ​ຈຸດໝາຍພື້ນຖານ​ຮອດ​ປີ 2015. ກ່ອນ​ອື່ນ​ໝົດ​ແມ່ນ​ສູ້​ຊົນ​ບັນລຸ​ໄດ້ຄາດໝາຍ​ແມ່ນ​ຕົວ​ເມືອງ​ປະ​ເພດ 2 ຂຶ້ນ​ກັບ​ແຂວງ Dien Bien. ການ​ຈະ​ເລີ​ນ​ເຕີບ​ໂຕ​ສະ​ເລັ່ຍຕ້ອງ​ບັນລຸ​ໄດ້​ແຕ່ 16%/ປີ, ສູ້​ຊົນ​​ໃຫ້ຄອບຄົວ​ທຸກ​ຍາກ​ຍັງ​ເຫຼື​ອພຽງ 0,5% ​ເທົ່າ​ນັ້ນ. ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ​ຂອງອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ໃນ​ບໍລິ​ເວນນະຄອນ ພ້ອມ​ກັບ​ການ​ຊ່ວຍ​ເຫຼືອ​ຢ່າງ​ຕັ້ງໜ້າ​ຂອງ​ສູນ​ກາງ, ພັກ. ພວກ​ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ ຈະ​ບັນລຸ​ໄດ້​ຈຸດໝາຍ​ທີ່​ໄດ້​ວາງ​ອອກ“.

 

 

 

ຂ່າວ/ບົດ​ອື່ນ