ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ອີດສຣາແອນ

ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ອີດສຣາແອນ - ảnh 1
(ພາບປະກອບ)
(vovworld) - ຕອນ​ຄໍ່າ​ວັນ​ທີ 11/04, ຢູ່​ຮ່າ​ໂນ້ຍ, ສະຖານທູດ ອິດສຣາ​ແອນ ​ແລະ ສະຖານ​ບັນ​ດົນຕີ​ແຫ່ງ​ຊາດ ​ໄດ້​ຈັດ​ລາຍງານ​ສະ​ແດງ “ຂົວ​ເຊື່ອມ​ຕໍ່​ເພື່ອນ​ມິດ” ​ເນື່ອງ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ - ອີດ​ສຣາ​ແອນ. ທ່ານ​ນາງ Meirav Eilon Shahar ​ໄດ້​ສົ່ງ​ສານ​ຂອງ​ທ່ານ​ປະທານາ​ທິບໍດີ​ອິດສະຣາ​ແອນ Simon Pertes ທີ່​ຝາກ​ເຖິງ​ໃຫ້​ລັດ ​ແລະ ປະຊາຊົນ​ຫວຽດນາມ ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, ​ໃນ​ນັ້ນ​ຊີ້​ແຈ້ງວ່າ: ອິດ​ສຣາ​ແອນ ​​ຕີ​ລາຄາ​ສູງ​ການ​ພົວພັນ​ 2 ຝ່າຍ​ກັບ​ຫວຽດນາມ ​ແລະ ຈະ​ສືບ​ຕໍ່​ສ້າງສາ​ຍພົວພັນ​ນີ້​ບົນພື້ນຖານ​ມິດຕະພາບ ​ເພື່ອ​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ກວ່າ​ອີກ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຖານທູ​ດຈະ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ເຫດການ​ວັດ​ທະນະ​ທຳ, ການ​ຕ່າງປະ​ເທດ ​ເພື່ອ​ໃຫ້​ປີ 2013 ​ກ່າຍ​ເປັນ​ປີ​ບານພັບ​ຢ່າງ​​ແທ້​ຈິ່ງ ​ແລະ ​ເປັນ​ຂີດ​ໝາຍ​ 20 ປີ​ແຫ່ງ​ການ​ຮ່ວມ​ມື.
ຂ່າວ/ບົດ​ອື່ນ