ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງກຸ່ມບໍລິສັດຖ່ານຫິນ-ແຮ່ທາດຫວຽດນາມ

ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງກຸ່ມບໍລິສັດຖ່ານຫິນ-ແຮ່ທາດຫວຽດນາມ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ມອບຫຼຽນ​ໄຊ​ເອກະລາດ​ຊັ້ນ 3
​ໃຫ້ກຸ່ມ​ບໍລິສັດ​ອຸດ​ສາ​ກະ​ກຳຖ່ານ​ຫິນ - ​​ແຮ່​ທາດຫວຽດນາມ
(ພາບ: petrotimes.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 11/10, ຢູ່​ຮ່າ​ໂນ້ຍ, ກຸ່ມ​ບໍລິສັດ​ອຸດ​ສາ​ກະ​ກຳຖ່ານ​ຫິນ - ​​ແຮ່​ທາດຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 20 ປິ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 3. ທີ່​ພິທີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມອບຫຼຽນ​ໄຊ​ເອກະລາດ​ຊັ້ນ 3 ​ໃຫ້ກຸ່ມ​ບໍລິສັດ​ອຸດ​ສາ​ກະ​ກຳຖ່ານ​ຫິນ - ​​ແຮ່​ທາດຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຮ່ວາ​ງຈູງ​ຫາຍ ​ໄດ້​ມອບ​ທຸກ​​ແຂ່ງ​ຂັນ​ຂອງ​ລັດຖະບານ​ໃຫ້​ກຸ່ມ​ບໍລິສັດ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈູງ​ຫາຍ ສະ​ເໜີ​ໃຫ່ກຸ່ມ​ບໍລິສັດ ສືບ​ຕໍ່​ສາມັກຄີ, ​ເສີມ​ຂະຫຍາຍ​ມູນ​​ເຊື້ອອັນ​ດີງາມຂອງ​ກຳມະກອນ​ບໍ່​ແຮ່ ​ເພື່ອ​ສືບ​ຕໍ່​ສ້າງສາ ​ແລະ ພັດທະນາ​ກຸ່ມ​ບໍລິ​ສັດ​ຢ່າງ​ໄວ, ໝັ້ນຄົງ, ​​ເຂັ້ມ​ແຂງ, ສົມ​ເປັນ​ໜຶ່ງ​ໃນ 3 ​ເສົ້າ​ຄ້ຳ​​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ພະລັງງານ​ແຫ່ງ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຮ່ວາງ​ຈູງ​ຫາຍ ສະ​ເໜີ​ໃຫ້​ກຸ່ມ​ບໍລິສັດ​ອຸດ​ສາ​ກະ​ກຳຖ່ານ​ຫິນ - ​​ແຮ່​ທາດຫວຽດນາມ ສ້າງ​ໂຄງ​ປະກອບ​ພື້ນ​ຖານລັດ​ວິ​ສາ​ຫະກິດ​ຄືນ​ໃໝ່ ຕາມ​ຂົງ​ເຂດ​ທີ່​ລັດຖະບານ​​ໄດ້ກຳນົດ, ສືບ​ຕໍ່​ຊອກ​ຫາ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມມື​ຕ່າງປະ​ເທດ​ເພື່ອ​ຮັບປະກັນ​ການ​ຜະລິດ​ຢ່າງ​ໝັ້ນຄົງ.


ຂ່າວ/ບົດ​ອື່ນ