ສະ​ເຫຼີມ​ສະຫຼອງ 28 ປີ​ແຫ່ງວັນ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ

(VOVWORLD) - ບັນດາໝາກຜົນອັນດີງາມຂອງການພົວພັນຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ໃນວິວັດການສ້າງປະຊາຄົມ ອາຊຽນ ໃຫ້ເຫັນວ່າ ອາຊຽນ ແມ່ນປັດໄຈສຳຄັນທີ່ແທດຈິງ, ຂາດບໍ່ໄດ້ສຳລັບສັນຕິພາບ, ສະຖຽນລະພາບ ແລະ ການພດທະນາລວມຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ສະ​ເຫຼີມ​ສະຫຼອງ 28 ປີ​ແຫ່ງວັນ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ - ảnh 1ທ່ານນາງ ຟານທິຮົ່ງຊວັນ ປະທານ ສະມາຄົມມິດຕະພາບຫວຽດນາມ-ອາຊີຕາເວັນອອກສ່ຽງໃຕ້ (ພາບ:VOV)

 ວັນທີ 11 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາຍນະຄອນ, ສະມາຄົມມິດຕະພາບຫວຽດນາມ-ອາຊີຕາເວັນອອກສ່ຽງໃຕ້ ສົມທົບກັບມະຫາວິທະຍາໄລເປີດ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີ ສະເຫຼີມສະຫຼອງ 28 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28/7/1995 - 28/7/2023) ແລະ 56 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 - 8/8/2023).

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຟານທິຮົ່ງຊວັນ ປະທານ ສະມາຄົມມິດຕະພາບຫວຽດນາມ-ອາຊີຕາເວັນອອກສ່ຽງໃຕ້ ໄດ້ຢືນຢັນວ່າ ບັນດາໝາກຜົນອັນດີງາມຂອງການພົວພັນຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ໃນວິວັດການສ້າງປະຊາຄົມ ອາຊຽນ ໃຫ້ເຫັນວ່າ ອາຊຽນ ແມ່ນປັດໄຈສຳຄັນທີ່ແທດຈິງ, ຂາດບໍ່ໄດ້ສຳລັບສັນຕິພາບ, ສະຖຽນລະພາບ ແລະ ການພດທະນາລວມຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານນາງ ຟານທິຮົ່ງຊວັນ ຢືນຢັນວ່າ, ໄລຍະເວລາ 28 ປີທີ່ໄດ້ເຂົາເປັນສະມາຊິດ ອາຊຽນ ແມ່ນມີຄວາມໝາຍຫຼາຍຢ່າງສຳລັບທັງ ຫວຽດນາມ ແລະ ອາຊຽນ ໃນວິວັດການສ້າງປະຊາຄົມ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ