ສະເຫຼີມສະຫອງ 30 ປີ ແຫ່ງວັນ UNESCO ອອກມະຕິເຊີດຊູ ປະທານໂຮ່ຈີມິນ ຢ່າງສົມກຽດ

(VOVWORLD) - ທ່ານ ນາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານຂອງ ຫວຽດນາມ ປະຈຳ UNESCO ເຈີ່ນທິຮວ່າງມາຍ ໄດ້ຍົກໃຫ້ເຫັນບັນດາການອຸທິດສ່ວນອັນໃຫຍ່ຫຼວງຂອງ ປະທານໂຮ່ຈີມິນ ໃນພາລະກິດປົດປ່ອຍຊາດໃນຂະນະທີ່ນຳພາ ປະເທດຫວຽດນາມ

ສະເຫຼີມສະຫອງ 30 ປີ ແຫ່ງວັນ UNESCO ອອກມະຕິເຊີດຊູ ປະທານໂຮ່ຈີມິນ ຢ່າງສົມກຽດ - ảnh 1ການສະແດງສິລະປະທີ່ລາຍການ

(ພາບ: Thái Dương/VOV-Paris)

ວັນທີ 13 ພະຈິກ, ຢູ່ສຳນັກງານອັງການຈັດຕັ້ງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສະຫະປະຊາຊາດ (UNESCO) ປະຈຳນະຄອນຫຼວງປາຣີ, ປະເທດຝຮັ່ງ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນ UNESCO ອອກມະຕິເຊີດຊູ ປະທານໂຮ່ຈີມິນ ແມ່ນ “ວິລະຊົນປົດປ່ອຍຊາດ ແລະ ນັກວັດທະນະທຳດີເດັ່ນຂອງ ຫວຽດນາມ” ຢ່າງສົມກຽດ. ໃນສູນທອນພົດກ່າວເປີດພິທີ, ທ່ານ ນາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານຂອງ ຫວຽດນາມ ປະຈຳ UNESCO ເຈີ່ນທິຮວ່າງມາຍ ໄດ້ຍົກໃຫ້ເຫັນບັນດາການອຸທິດສ່ວນອັນໃຫຍ່ຫຼວງຂອງ ປະທານໂຮ່ຈີມິນ ໃນພາລະກິດປົດປ່ອຍຊາດໃນຂະນະທີ່ນຳພາ ປະເທດຫວຽດນາມ, ຈາກປະເທດຫົວເມືອງຂຶ້ນກາຍເປັນປະເທດມີ, ເອກະລາດ, ອິດສະລະພາບ, ປະຊາທິປະໄຕ. ສູນທອນພົດກໍ່ໄດ້ເນັ້ນໜັກເຖິງບັນດາການກະທຳຂອງ ປະທານໂຮ່ຈີມິນ ຢ່າງລະອຽດ, ແທດຈິງທີ່ສຸດ ໃຫ້ການສຶກສາ ແລະ ວັດທະນະທຳ ຫວຽດນາມ ຄື: ລົບລ້າງການກືກໜັງສືພາຍຫຼັງການປະຕິວັດ; ຕ້ານການຈຳແນກ, ຕໍ່ສູ້ເພື່ອຄວາມສະເໝີພາບ, ຢັ້ງຢືນກຳລັງແຮງຂອງວັດທະນະທຳໃນການສ້າງສາປະເທດຊາດ; ເຊື່ອໝັ້ນການແລກປ່ຽນ, ເຈລະຈາລະຫວ່າງບັນດາພື້ນຖານວັດທະນະທຳ ແລະ ນຳ້ໃຈສາມັກຄີສາກົນແມ່ນເສັ້ນທາງດີທີ່ສຸດນຳມາຊຶ່ງສັນຕິພາບ. ບັນດາແນວຄິດ ແລະ ການກະທຳນັ້ນ ມາຮອດປະຈຸບັນຍັງຄົງມີຄຸນຄ່າ ແລະ ແມ່ນເປົ້າໝາຍສູ້ຊົນຂອງມວນມະນຸດ. ປະທານໂຮ່ຈີມິນເອງກໍ່ແມ່ນນັກກະວີ, ນັກປະພັນວັນນະຄະດີ, ນັກຂ່າວ..ດ້ວຍບັນດາບົດປະພັນມີຄຸນຄ່າທັງດ້ານແນວຄິດວັດທະນະທຳມະນຸດປະສົມປະສານກັບປະຫວັດສາດ, ສີລະປະ: “ບັນທຶກປະຈຳວັນຢູ່ໃນຄຸກ”, “ຖະແຫຼງການເອກະລາດ”.

ຕອບກັບ

ຂ່າວ/ບົດ​ອື່ນ