ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງ ສຳນັກງານວິທະຍຸກະຈາຍສຽງຫວຽດນາມ (VOV) ປະຈຳພາກກາງ

(VOVWORLD) -      ຕອນເຊົ້າວັນທີ 27/11, ຢູ່ນະຄອນ ດ່າໜັງ, ສຳນັກງານວິທະຍຸກະຈາຍສຽງຫວຽດນາມ  ປະຈຳພາກກາງ (VOV) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງ. ທ່ານປະທານປະເທດ ຫງວຽນຊວນຟຸກ, ຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ໄດ້ສົ່ງຊໍ່ດອກໄມ້ ແລະ ຈົດໝາຍຊົມເຊີຍ.
ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງ ສຳນັກງານວິທະຍຸກະຈາຍສຽງຫວຽດນາມ (VOV) ປະຈຳພາກກາງ - ảnh 1ທ່ານໂດ້ຕ້ຽນຊີ້, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ

    ກ່າວຄຳເຫັນທີ່ພິທີ, ທ່ານໂດ້ຕ້ຽນຊີ້, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ສະເໜີວ່າ VOV ຢູ່ພາກກາງ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ກໍ່ສ້າງຫົວໜ່ວຍ ໃສສະອາດ ແລະ ໝັ້ນຄົງເຂັ້ມແຂງໃນທຸກດ້ານ; ສືບຕໍ່ປະດິດສ້າງ, ປ່ຽນແປງໃໝ່ຢ່າງແຂງແຮງ; ສືບຕໍ່ “ຮຽງບ່າຮຽງໄຫຼ່” ພ້ອມກັບບັນດາທ້ອງຖິ່ນ, ປະຕິບັດໜ້າທີ່ເປັນສຳນັກງານຜູ້ ຕາງໜ້າຂອງ VOV ຢູ່ພາກກາງ. ພ້ອມກັນນັ້ນ, ສືບຕໍ່ຍົກສູງຄຸນນະພາບຂອງຂ່າວ ແລະ ບົດ, ຮູບພາບ; ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຂ່າວ ແລະ ບົດ ທີ່ສ່ອງແສງເຖິງບັນດາບັນຫາສຳຄັນ ແລະ ສຳຄັນຂອງທົ່ວເຂດ ແລະ ທົ່ວປະເທດ; ສຸມໃສ່ສ່ອງແສງ ກິດຈະການປ່ຽນແປງໃໝ່ຢ່າງແຂງແຮງ, ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ພິເສດແມ່ນວຽກງານປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ

      ຊົມເຊີຍວັນສ້າງຕັ້ງ VOV ຢູ່ພາກກາງ ຄົບຮອບ 30 ປີ, ທ່ານ ຫງວຽນວັນກວາງ, ເລຂາຄະນະພັກນະຄອນ ດ່າໜັງ ຢືນຢັນວ່າ ວິທະຍຸກະຈາຍສຽງ ຫວຽດນາມ ດ້ວຍທ່າແຮງຂອງອົງການສື່ມວນຊົນສຳຄັນ, ຍາມໃດກໍຮ່ວມເດີນທາງພ້ອມກັບອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ. ສຳນັກງານ VOV ຢູ່ພາກກາງສາມາດຢັ້ງຢືນທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງຕົນ ໃນຈິດໃຈຂອງຜູ້ຊົມ - ຜູ້ຟັງ - ຜູ້ອ່ານຢູ່ນະຄອນ ດ່ານັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ