ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຝລັ່ງ

(VOVWORLD) -ຕອນບ່າຍວັນທີ 26 ມີນາ, ທີ່ສຳນັກງານສະພາແຫ່ງຊາດ ຢູ່ນະຄອນຫຼວງປາຣີ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານປະທານສະພາແຫ່ງຊາດຝລັ່ງ Francois De Rugy ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຝລັ່ງ (1973 - 2018).

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດຝລັ່ງ Francois De Rugy, ຖືວ່າ.

        “ໃນສະຕະວັດນີ້, ເຊິ່ງເປັນສະຕະວັດທີ່ມີຫຼາຍຄົນໄດ້ຍອມຮັບວ່າ ຈະແມ່ນສະຕະວັດຂອງອາຊີ, ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງປະເທດຝລັ່ງ ຢູ່ພາກພື້ນ. ຍ້ອນມີຄວາມຮັບຮູ້ຄືດັ່ງກ່າວໄດ້ຊ່ວຍໃຫ້ພວກເຮົາມີຄວາມຕັດສິນໃຈລວມເພື່ອປະຕິບັດສຳເລັດຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດຫວຽດນາມ - ຝລັ່ງ ກວມລວມຮອບດ້ານຂອງການພົວພັນທີ່ມີຄຸນນະພາບ ແລະ ໄດ້ຮັບການເປີດກວ້າງຈາກຂົງເຂດການເມືອງ, ເສດຖະກິດ, ນິຕິກຳ, ວັດທະນະທຳ, ການທະຫານ ກໍຄືຍຸດທະສາດ… ບັນດາຂໍ້ຕົກລົງດ້ານວິທະຍາສາດ ແລະ ການບິນທີ່ຈະລົງນາມໃນໄລຍະຈະມາເຖິງແມ່ນສິ່ງພິສູດໃຫ້ເຫັນເຖິງຄວາມມີຊີວິດຊີວາ ແລະ ເປັນຫຼາຍຮູບຫຼາຍແບບຂອງການພົວພັນນີ້ ແລະ ຂ້າພະເຈົ້າຫວັງວ່າ, ຂໍ້ຕົກລົງດ້ານການຄ້າເສລີຫວຽດນາມ - ອີຢູ ຄາດວ່າເລີ່ມມີຜົນສັກສິດໃນປີ 2018 ນີ້ ຈະຊຸກຍູ້ບັນດາບໍລິສັດຂອງຝລັ່ງ ເຂົ້າມາລົງທຶນຢູ່ຫວຽດນາມ ຫຼາຍກວ່າອີກ”.

ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຝລັ່ງ - ảnh 1 (ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກ່າວຄຳເຫັນທີ່ພິທີ)

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ: ຝລັ່ງ ຍາມໃດກໍ່ແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ຢູ່ເອີລົບ ກໍ່ຄືໃນໂລກ. ການພົວພັນກັບຝລັ່ງ ແມ່ນທີ່ຕັ້ງບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ.

        “ການເພີ່ມທະວີການພົວພັນຮ່ວມມືຫວຽດນາມ - ຝລັ່ງ ແມ່ນຄວາມຮຽກຮ້ອງຢ່າງພາວະວິໄສ ແລະ ຈຳເປັນ ເພື່ອຜົນປະໂຫຍດຂອງທັງ 2 ປະເທດ. ພວກເຮົາຕ້ອງມານະພະຍາຍາມເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງຂຶ້ນຕື່ມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ, ຍົກສູງປະສິດທິຜົນບັນດາກົນໄກການເຈລະຈາ, ການຮ່ວມມື; ເປີດກວ້າງການຮ່ວມມືດ້ານການເມືອງ, ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ພັດທະນາການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນຢ່າງແຮງ, ເປີດກວ້າງການພົວພັນແລກປ່ຽນປະຊາຊົນ; ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຕ່າງໆ; ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈກວ່າອີກ…”

        ທ່ານເລຂາທິການໃຫຍ່ຖືວ່າ, ການພົວພັນຫວຽດນາມ - ຝລັ່ງ ໃນປະຈຸບັນພວມລື່ນກາຍຂອບເຂດການຮ່ວມມື 2 ຝ່າຍ ແລະ ນອນໃນຂົງເຂດຂອງການພົວພັນລະຫວ່າງສະຫະພາບເອີລົບ ກັບຫວຽດນາມ ແລະ ນອນໃນນະໂຍບາຍຂອງຝລັ່ງ ສຳລັບອາຊຽນ. ຫວຽດນາມ ຖືຝລັ່ງ ເປັນສຳຄັນທີ່ສຸດ ແລະ ປາດຖະໜາວ່າ ຝລັ່ງ ຈະສະໜັບສະໜູນຫວຽດນາມ ໃນການພັດທະນາການພົວພັນກັບອີຢູ. ກົງກັນຂ້າມ, ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເພື່ອໃຫ້ບັນດາວິສາຫະກິດຝລັ່ງ ສຳຜັດກັບຕະຫຼາດອາຊຽນ ແລະ ບັນດາປະເທດສະມາຊິກຂອງສັນຍາ ຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

ຕອບກັບ

ຂ່າວ/ບົດ​ອື່ນ